(ພາບ:dioaustralia.net.au)
(vovworld) - ຕອນບ່າຍວັນທີ 16/12, ເມື່ອສິ້ນສຸດການປະຊຸມເປັນເວລາ 2 ວັນຢູ່ປັກກິງ, ກອງປະຊຸມວຽກງານເສດຖະກິດສູນກາງໄດ້ປະກາດບົດລາຍງານສະຫລຸບວຽກງານເສດຖະກິດຂອງຈີນ ປີ 2012 ແລະ ຜັນຂະຫຍາຍວຽກງານພັດທະນາເສດຖະກິດປີ 2013. ບົດລາຍງານຢັ້ງຢືນວ່າຈີນ ຈະດຳເນີນການປະຕິຮູບລະບົບເສດຖະກິດຢ່າງເລິກເຊິ່ງກ້ວາງຂວາງ, ຊຸກຍູ້ຄວາມຕ້ອງການພາຍໃນຄືດັ່ງໜ້າທີ່ຍຸດທະສາດ, ສືບຕໍ່ນະໂຍບາຍຄວບຄຸມຕະຫຼາດອະສັງຫາລິມະຊັບ, ສົ່ງເສີມການລົງທຶນໃນພາກລັດ ແລະ ເອກະຊົນ… ປີ 2013, ການປະຕິຮູບລະບົບເສດຖະກິດຢ່າງເລິກເຊິ່ງກ້ວາງຂວາງ ແລະ ເຖິງຖອງແມ່ນໜ້າທີ່ເປັນຕາຍສຳລັບການເຕີບໂຕເປັນປົກກະຕິຂອງຈີນ, ຄຽງຂ້າງນັ້ນ, ການຊຸກຍູ້ການຫັນເປັນຕົວເມືອງຕາມທິດປັບປຸງດ້ານຄຸນນະພາບ, ຮັກສາແຫຼ່ງທຶນໂດຍກົງຈາກຕ່າງປະເທດເຂົ້າຈີນ ແລະ ເພີ່ມການລົງທຶນອອກຕ່າງປະເທດກໍ່ແມ່ນບັນດາໜ້າທີ່ເສດຖະກິດຈຸດສຸມໃນປີ 2013.