ຈີນຮຽກຮ້ອງໃຫ້ມີການເຈລະຈາກ່ຽວກັບແຜນການຍິງດາວທຽມຂອງ ສປປ ເກົາຫຼີ

ຈີນຮຽກຮ້ອງໃຫ້ມີການເຈລະຈາກ່ຽວກັບແຜນການຍິງດາວທຽມຂອງ ສປປ ເກົາຫຼີ - ảnh 1
ທ່ານ ຫຼົວ​ຈາວ​ໄຄ, ຫົວໜ້າ​ກົມ​ບັນດາ​ບັນຫາ​ອາຊີ
(ພາບ: chinadaily.com.cn)

(vovworld) - ວັນ​ທີ 20/3, ຈີນ​ໄດ້​ຮຽກຮ້ອງ​ໃຫ້ ສປປ ​ເກ​ົາຫຼີ ​ແລະ ອາ​ເມ​ລິ​ກາ ລະ​ຫງັບ​ໃຈ ​ແລະ ສືບ​ຕໍ່ການ​ເຈລະຈາ​ກ່ຽວ​ກັບ​ແຜນ​ການ​ຍິງ​ດາວ​ທຽ​ມຂອງ​ພຽງ​ຢາງ​ໃນ​ກາງ​ເດືອນ 4 ຈະ​ມາ​ເຖິງ. ທ່ານ ຫຼົວ​ຈາວ​ໄຄ, ຫົວໜ້າ​ກົມ​ບັນດາ​ບັນຫາ​ອາຊີ ສັງກັດ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໃຫ້​ຮູ້​ວ່າ: ຈີນ​ສະ​ແດງ​ຫຼັກ​ໝັ້ນ ​ແລະ ມີ​ຄວາມ​ວິຕົກ​ກັງວົນ​ຕໍ່​ທຸກ​ຝ່າຍ, ພ້ອມ​ທັງ​​ເລັ່ງລັດເຂົາ​ເຈົ້າລະ​ຫງັບ​ໃຈ. ທ່ານ ຫຼົວ​ຈາວ​ໄຄ ຮຽກຮ້ອງ​ໃຫ້ ວໍ​ຊິງ​ຕັນ ​ແລະ ພຽງ​ຢາງ​ຮັກສາ​ຂໍ້​ຕົກ​ລົງ​ເຊິ່ງ 2 ຝ່າຍ​ບັນລຸ​ໄດ້​ເມື່ອ​ເດືອນ 2 ​ແລະ ​ຖື​ວ່າ​ນີ້​ແມ່ນ “ການ​ເລີ່​ມຕົ້ນ​ສັນຕິ​ພາບ” ​ໃນ​ແຫຼມ​ເກົາຫຼີ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຫົງ​ເຫຼີ​ຍ ​ໃຫ້​ຮູ້​ວ່າ: ບັນດາ​ນັກ​ການ​ທູດ​ຂັ້ນ​ສູງ​ຂອງ​ຈີນ​ໄດ້​​ແລກປ່ຽນ​ທັດສະນະ​​ກັບ​ບັນ​ດາ​​ເອກ​ອັກຄະ​ລັດຖະທູດ​ຂອງ ສປປ ​ເກົາຫຼີ, ລັດ​ເຊຍ, ອາ​ເມ​ລິ​ກາ, ສ. ​ເກົາຫຼີ ​ແລະ ຍີ່​ປຸ່ນກ່ຽວ​ກັບ​ບັນຫາ​ດັ່ງກ່າວ. ທ່ານ​ເນັ້ນ​ໜັກ​ວ່າ: ​ເລື່ອງ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ເຂດ ​ອາຊີຕາ​ເວັນ​ອອກ​ສ່ຽງ​ເໜືອ ​ແລະ ​ແຫຼມເກົາຫຼີ​ ທັງ​​ແມ່ນ​ຜົນ​ປະ​ໂຫຍ​ດ ​ແລະ ​ແມ່ນ​ຄວາມ​ຮັບຜິດຊອບ​ລວມຂອງ​​ປະ​ເທດຕ່າງໆ. ຈີນ​ຈະ​ຮັກສາ​ການ​ຕິດ​ຕໍ່​ພົວພັນກັບ​ທຸກ​ຝ່າຍ​ຢ່າງ​ແໜ້ນ​ແຟ້ນ.

ຂ່າວ/ບົດ​ອື່ນ