ຊຸກຍູ້ການນຳໃຊ້ການຄ້າເອເລັກໂຕນິກໜູນຊ່ວຍບັນດາຂະແໜງສິນຄ້າສົ່ງອອກຫຼັກແຫຼ່ງ

(VOVWORLD) -ປີ 2021, ທາງກະຊວງຈະຍູ້ແຮງການນຳໃຊ້ການຄ້າເອເລັກໂຕນິກ ເພື່ອແນໃສ່ໜູນຊ່ວຍບັນດາຂະແໜງສິນຄ້າສົ່ງອອກຫຼັກແຫຼ່ງ
ຊຸກຍູ້ການນຳໃຊ້ການຄ້າເອເລັກໂຕນິກໜູນຊ່ວຍບັນດາຂະແໜງສິນຄ້າສົ່ງອອກຫຼັກແຫຼ່ງ - ảnh 1(ພາບປະກອບ: TTXVN)

    ກະຊວງອຸດສາຫະກຳການຄ້າຫວຽດນາມ ໃຫ້ຮູ້ວ່າ, ປີ 2021, ທາງກະຊວງຈະຍູ້ແຮງການນຳໃຊ້ການຄ້າເອເລັກໂຕນິກ ເພື່ອແນໃສ່ໜູນຊ່ວຍບັນດາຂະແໜງສິນຄ້າສົ່ງອອກຫຼັກແຫຼ່ງ, ເປີດກວ້າງການຈຳໜ່າຍສິນຄ້າພາຍໃນປະເທດ ແລະ ຊຸກຍູ້ການພັດທະນາການຄ້າເອເລັກໂຕນິກຢູ່ບັນດາທ້ອງຖິ່ນ; ເອົາໃຈໃສ່ລົງທຶນເຂົ້າແຫຼ່ງຊັບພະຍາກອນມະນຸດຮັບໃຊ້ໃຫ້ແກ່ການພັດທະນາໃນຂົງເຂດນີ້. ຕາມນັ້ນແລ້ວ, ທາງກະຊວງ ສືບຕໍ່ໜູນຊ່ວຍ, ກໍຄືຊຸກຍູ້ການນຳໃຊ້ການຄ້າເອເລັກໂຕນິກ ໃນວິສາຫະກິດ ແລະ ປະຊາຄົມຢ່າງກວ້າງຂວາງ; ສ້າງຕະຫຼາດການຄ້າເອເລັກໂຕນິກຢ່າງປອດໄສ, ມີລັກສະນະແກ່ງແຍ້ງສູງ ແລະ ພັດທະນາແບບຍືນຍົງ. ພ້ອມກັນນັ້ນ, ເປີດກວ້າງຕະຫຼາດຈຳໜ່າຍສິນຄ້າຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ ຜ່ານການນຳໃຊ້ການຄ້າເອເລັກໂຕນິກ ແລະ ຍູ້ແຮງການແລກປ່ຽນການຄ້າເອເລັກໂຕນິກຂ້າມຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ