ຍົກສູງຄຸນນະພາບການເຄື່ອນໄຫວຂອງວິສາຫະກິດສົ່ງອອກຄົນງານ
(ພາບປະກອບ)
(vovworld) - ທ່ານ ຫງວຽນເລືອງຈ່າວ, ປະທານສະຫະສະມາຄົມສົ່ງອອກຄົນງານຫວຽດນາມ, ໃຫ້ຮູ້ວ່າ: ໄລຍະຜ່ານມາ, ວິສາຫະກິດ 90 ແຫ່ງທີ່ຂຶ້ນກັບ ສະຫະສະມາຄົມສົ່ງອອກຄົນງານຫວຽດນາມ ບໍ່ພຽງແຕ່ປ່ຽນໃໝ່ແບບວິທີເຄື່ອນໄຫວ ເພື່ອສົ່ງຄົນງານໄປເຮັດວຽກເປັນປົກກະຕິຢູ່ ໄຕ້ຫວັນ, ສເກົາຫຼີ, ຍີ່ຢຸ່ນ … ເທົ່ານັ້ນ, ຫາກຍັງເປັນເຈົ້າການ,ຊອກຫາ, ພັດທະນາຕະຫຼາດໃໝ່ທີ່ມີຄຸນນະພາບ ແລະ ເຈລະຈາ, ເຊັນສັນຍາສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດອີກດ້ວຍ. ທ່ານ ຫງວຽນເລືອງຈ່າວ, ປະທານສະຫະສະມາຄົມສົ່ງອອກຄົນງານຫວຽດນາມ, ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ສະຫະສະມາຄົມສົ່ງອອກຄົນງານຫວຽດນາມ ສືບຕໍ່ປະຕິບັດທິດທາງນີ້, ເພື່ອແນໃສ່ປ່ຽນໃໝ່ການເຄື່ອນໄຫວສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດເທື່ອລະກ້າວຂອງວິສາຫະກິດຕ່າງໆ ຕາມທິດເປັນອາຊີບ, ປະກອບສ່ວນຮັກສາຂອບຂະໜາດແຮງງານ, ຕະຫຼາດທີ່ມີຢູ່ແລ້ວຢ່າງໝັ້ນຄົງ ແລະ ເປີດກວ້າງບັນດາຕະຫຼາດທີ່ເໝາະສົມກັບຄວາມສາມາດຂອງວິສາຫະກິດ, ຮັບປະກັນຄາດໝາຍສົ່ງຄົນງານຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດໃນປີ 2015 ແລະ ໃນຊຸມປີຕໍ່ໆໄປໃຫ້ໄດ້ 100.000 ຄົນ.