(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 10/07, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູວັນນິງ ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳແຫ່ງລັດກ່ຽວກັບການປ່ຽນໃໝ່ກົນໄກເຄື່ອນໄຫວຂອງບັນດາຫົວໜ່ວຍພາລະກິດສັງກັດລັດ ຢູ່ບັນດາກະຊວງຄື: ການເງິນ, ສຶກສາ ແລະ ບຳລຸງສ້າງ, ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ວິທະຍາສາດ ແລະ ເຕັກໂນໂລຊີ. ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ເນັ້ນໜັກວ່າ; ທັດສະນະ ແລະ ຈຸດໝາຍຂອງການປ່ຽນໃໝ່ ກົນໄກເຄື່ອນໄຫວຂອງບັນດາຫົວໜ່ວຍພາລະກິດສັງກັດລັດ ແມ່ນຂົງເຂດທີ່ສຳຄັນ. ໃນໄລຍະຈະມາເຖິງ, ບັນດາກະຊວງ, ຂະແໜງການ ຕ້ອງສືບຕໍ່ຍູ້ແຮງການປ່ຽນໃໝ່ກົນໄກເຄື່ອນໄຫວຂອງບັນດາຫົວໜ່ວຍພາລະກິດສັງກັດລັດ ໂດຍກະຊວງຂອງຕົນຄຸ້ມຄອງ; ໃນນັ້ນສືບຕໍ່ປ່ຽນໃໝ່ກົນໄກເຄື່ອນໄຫວ, ກົນໄກດ້ານການເງິນ ແລະ ເງິນເດືອນ ຕິດພັນກັບໝາກຜົນການເຄື່ອນໄຫວຂອງຫົວໜ່ວຍພາລະກິດສັງກັດລັດ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ສະເໜີໃຫ້ບັນດາກະຊວງ, ຂະແໜງການຕ້ອງເປັນເຈົ້າການຄົ້ນຄວ້າ, ສະເໜີບັນດາເນື້ອໃນໃໝ່ກ່ຽວກັບກົນໄກການເຄື່ອນໄຫວ, ກົນໄກຈັດຕັ້ງ, ກົນໄກຄຸ້ມຄອງສຳລັບຂົງເຂດຄຸ້ມຄອງແຫ່ງລັດຂຶ້ນກັບໜ້າທີ່ຮັບຜິດຊອບຂອງກະຊວງ, ຂະແໜງຂອງຕົນ, ພ້ອມທັງສຸມໃສ່ສ້າງ ແລະ ປະກາດລະບົບກຳນົດລະດັບເສດຖະກິດເຕັກນິກຂອງຂະແໜງ, ຂົງເຂດ ແລະ ມາດຖານການຕິດຕາມກວດກາຄຸນນະພາບສະໜອງການບໍລິການ.