ກອງປະຊຸມຝຶກອົບຮົມໂຄສະນາກ່ຽວັບການປະກັນສັງຄົມ ປະກັນສຸຂະພາບ ປີ 2015 |
(vovworld)- ວັນທີ 19/12, ຢູ່ນະຄອນໂຮ່ຈິມິນ, ຄະນະໂຄສະນາສຶກສາສູນກາງພັກສົມທົບກັບອົງການປະກັນສັງຄົມຫວຽດນາມຈັດກອງປະຊຸມທົ່ວປະເທດຕີລາຄາວຽກງານໂຄສະນາ ປະກັນສັງຄົມ, ປະກັນສຸຂະພາບ,ພາຍຫຼັງ 3 ປີແຫ່ງການປະຕິບັດມະຕິຂອງກົມການເມືອງກ່ຽວກັບການເພີ່ມທະວີການນຳພາຂອງພັກທີ່ມີຕໍ່ວຽກງານ ປະກັນສັງຄົມ ປະກັນສຸຂະພາບໄລຍະ 2012-2020.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງລັດຖະມົນຕີຊ່ວຍວ່າການກະຊວງການເງິນ ຫວຽດນາມ ຫງວຽນທິມິນ ຢືນຢັນວ່າ ເປັນຄັ້ງທຳອິດທີ່ກົມການເມືອງໄດ້ປະກາດໃຊ້ມະຕິຫົວເລື່ອງກ່ຽວກັບວຽກງານ ປະກັນສັງຄົມ, ປະກັນສຸຂະພາບ ຊຶ່ງໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງຢ່າງໃຫຍ່ຫຼວງ ແລະ ຮອບດ້ານສຳລັບ 2 ນະໂຍບາຍສັງຄົມທີ່ສຳຄັນ.