ເຫດບຸກໂຈມຕີກໍ່ການຮ້າຍເມື່ອວັນທີ 26/6
ພາບ:Telegraph
|
(vovworld)- ວັນທີ 4/7, ປະທານາທິບໍດີ ຕຸຍນີຊີ Beji Caid Essebsi ໄດ້ປະກາດສະພາວະສຸກເສີນ ໃນທົ່ວປະເທດ ພາຍຫລັງເກີດເຫດບຸກໂຈມຕີກໍ່ການຮ້າຍເມື່ອວັນທີ 26/6 ເລັ່ງໃສ່ໂຮງແຮມ Riu Imperial Marhaba ຢູ່ ເຂດພັກຜ່ອນບຳລຸງສຸຂະພາບ Sousse ຫ່າງຈາກນະຄອນຫລວງ Tunis ທາງທິດໃຕ້ປະມານ 140 ກິໂລແມັດ ເຮັດໃຫ້ ຊາວຕ່າງປະເທດ 38 ຄົນເສຍຊີວິດ. ແຈ້ງການຈາກຫ້ອງວ່າການປະທານາທິບໍດີ ຕຸຍນີຊີ ກໍໃຫ້ຮູ້ວ່າ: ປະທານາທິບໍດີ ຕຸຍນີຊີ Beji Caid Essebsi ຈະມີບົດກ່າວປາໄສຕໍ່ມວນຊົນທົ່ວປະເທດໃນເວລາ 17 ໂມງຕອນບ່າຍວັນດຽວກັນ.