ວັນທີ 31 ທັນວາ, ຊຶ່ງແມ່ນມື້ສຸດທ້າຍຂອງປີ 2011, ປະຊາຊົນຢູ່ປະເທດຕ່າງໆໃນໂລກພວມມວ່ນຊື່ນໃນທ່າມກາງບັນຍາກາດຕ້ອນຮັບປີໃໝ່. ເຖິງແມ່ນວ່າ ວັນເວລາ ແລະ ຮີດຄອງປະເພນີຕ້ອນຮັບປີໃໝ່ຢູ່ແຕ່ລະປະເທດມີຄວາມແຕກຕ່າງກັນກໍ່ຕາມ, ແຕ່ປີໃໝ່ໄດ້ນຳຄວາມຫວັງໃໝ່, ຄວາມເບີກບານມ່ວນຊື່ນ ແລະ ບັນດາຄຳອວຍພອນທີ່ຈົບງາມທີ່ສຸດມາສູ່ທຸກໆຄົນ. ປີ 2012 ຈະແມ່ນປີພິເສດທີ່ມີຕໍ່ປະຊາຊົນ 186.000 ຄົນ ຢູ່ປະເທດເກາະ ຊາ ມວາ ໃນເມື່ອເຂົາເຈົ້າໄດ້ກາຍເປັນບັນດາພົນລະເມືອງທຳອິດຂອງໂລກຕ້ອນຮັບແສງອະລຸນໃໝ່ຂອງປີໃໝ່. ມີແຂກງທ່ອງທ່ຽວຫຼາຍຄົນໄດ້ພາກັນຫຼັ່ງໄຫຼເຂົ້າມາທ່ອງທ່ຽວຢູ່ປະເທດນີ້ເພື່ອຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່.
ຢູ່ສະຫະລັດອາເມລິກາ, ໃນຊຸມມື້ທີ່ຜ່ານມາ, ຊາວ ອາເມລິກາໄດ້ມາເຕົ້າໂຮມກັນຢ່າງຫຼວງຫຼາຍຢູ່ສະໜາມຫຼວງ Times Square ເພື່ອລໍ່ຖ້າຕ້ອນຮັບຈຸດເວລາທຳອິດຂອງປີໃໝ່. ສ່ວນຢູ່ອັງກິດ, ເພື່ອກະກຽມ ຕ້ອນຮັບປີໃໝ່, ທຸກໆຄອບຄົວກໍ່ພາກັນໄປຕະຫຼາດຊື້ເຫຼົ້າ, ຊິ້ນ, ເພາະຊາວອັງກິດຖືວ່າ ຖ້າຫາກໃນປີໃໝ່ບໍ່ມີຊິ້ນ ແລະ ເຫຼົ້າ, ປີໃໝ່ຈະປະສົບຄວາມຫຍຸ້ງຍາກ. ສ່ວນຢູ່ນະຄອນ ຣີໂອເດີຢາແນໂຣປະເທດບ ຣາຊິນ ກໍ່ຈັດການຍິງບັ້ງໄຟດອກດ້ວຍຂອບຂະໜາດໃຫຍ່.