ພາບປະກອບ:internet
|
(vovworld) - ບົດລາຍງານກ່ຽວກັບເສດຖະກິດ ອາຊີຕາເວັນອອກ ໂດຍທະນາຄານໂລກປະກາດເມື່ອວັນທີ 23/5 ຢູ່ ຮ່າໂນ້ຍ ຄາດຄະເນວ່າ ໃນປີ 2012 ຫວຽດນາມ ອາດຈະບັນລຸລະດັບຈະເລີນເຕີບໂຕເສດຖະກິດປະມານ 5,7% ແລະ ໄພເງິນເຟີ້ໃນທ້າຍປີຫລຸດລົງຕຳ່ກວ່າ 10%. ຕາມທະນາຄານໂລກແລ້ວ, ພາຍຫລັງຂາດຄວາມເປັນປົກກະຕິໃນໄລຍະຍາວ, ເສດຖະກິດມະຫາພາກຂອງ ຫວຽດນາມ ກັບຄືນສູ່ຄວາມເປັນປົກກະຕິກວ່າ, ພິເສດ ພາຍຫລັງ ທີ່ລັດຖະບານ ຫວຽດນາມ ປະກາດໃຊ້ ແລະ ປະຕິບັດມະຕິເລກທີ 11 ຂອງລັດຖະບານ ເມື່ອເດືອນ 2/2011 ເພື່ອຮັກສາພື້ນຖານເສດຖະກິດ ແລະ ສັງຄົມເປັນປົກກະຕິ. ເຖິງຢ່າງໃດກໍຕາມ, ໃນຂະນະທີ່ພື້ນຖານເສດຖະກິດ ຫວຽດນາມ ເລີ່ມກັບຄືນສູ່ຄວາມເປັນປົກກະຕິ, ເລື່ອງຮັດແຫນ້ນບັນດານະໂຍບາຍເສດຖະກິດມະຫາພາກ ແລະ ສະພາບແວດລ້ອມເສດຖະກິດທົ່ວໂລກຍັງຜັນແປໄປຢ່າງສັບສົນ ໄດ້ສົ່ງຜົນສະທ້ອນເຖິງການເຕີບໂຕເສດຖະກິດຂອງ ຫວຽດນາມ