( vovworld ) – ວັນທີ 5/5, ຄະນະກຳມະການປະຊາຊົນແຂວງຮ່ານາມ ໄດ້ຈັດຕັ້ງພິທີມອບຂອງຂວັນໃຫ້ນັກຮຽນທີ່ທຸກຍາກແຕ່ຮຽນເກັ່ງ ແລະ ຍ້ອງຍໍນັກຮຽນເກັ່ງສົກຮຽນ 2011 – 2012. ທີ່ພິທີ, ທ່ານນາງຮອງປະທານປະເທດ Nguyen Thi Doan ໄດ້ມອບຂອງຂວັນໃຫ້ນັກຮຽນທີ່ທຸກຍາກແຕ່ຮຽນເກັ່ງຂອງ 6 ເມືອງ, ນະຄອນໃນບໍລິເວັນແຂວງ ແລະ ຄູອາຈານ 13 ຄົນ ທີ່ມີຜົນງານດີເດັ່ນໃນວຽກງານບຳລຸງສ້າງນັກຮຽນເກັ່ງລະດັບຊາດ. ກ່າວຄຳເຫັນນະພິທີ, ທ່ານນາງຮອງປະທານປະເທດ Nguyen Thi Doan ໄດ້ຕີລາຄາສູງບັນດາຜົນງານເຊິ່ງຂະແໜງສຶກສາແຂວງ ຮ່ານາມ ບັນລຸໄດ້. ພ້ອມທັງ ຊົມເຊີຍຈິດໃຈຜ່ານຜ່າຄວາມທຸກຍາກບືນຕົວຂຶ້ນຂອງພວກນ້ອງນັກຮຽນ. ທ່ານນາງຮອງປະທານປະເທດ ກໍຮຽນກຮ້ອງໃຫ້ບັນດາອົງການຈັດຕັ້ງມະຫາຊົນ, ສ່ວນບຸກຄົນຕ້ອງມີການກະທຳອັນແທດຈິງຫຼາຍຢ່າງກ່ວາອີກທີ່ມີຕໍນັກຮຽນເຊິ່ງແມ່ນອະນາຄົດຂອງປະເທດຊາດ ພິເສດແມ່ນບັນດາຮັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກແຕ່ຮຽນເກັ່ງ. ທ່ານນາງຮອງປະທານປະເທດກໍ່ຮຽກຮອງໃຫ້ການນຳ, ບັນດາອົງການຈັດຕັ້ງມະຫາຊົນຂອງແຂວງ ຮ່ານາມ ສືບຕໍ່ເອົາໃຈໃສ່ເຖິງວຽກງານສຶກສາ ບຳລຸງສ້າງກ່ວາອີກ ເພື່ອສືບຕໍເສີມຂະຫຍາຍມູນເຊື້ອມັກການຮໍ່າຮຽນຂອງບ້ານເກີດເມືອງນອນ.