(vovworld) – ວັນທີ 18/6, ທ່ານນາງຮອງປະທານປະເທດຫວຽດນາມ Nguyen Thi Doan ໄດ້ເລີ່ມຕົ້ນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄຳເຊີນຂອງທ່ານຮອງປະທານປະເທດລາວ ບຸນຍັງ ວໍລະຈິດ. ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການເມື່ອຕອນບ່າຍວັນທີ 18/6, 2 ຝ່າຍໄດ້ດຳເນີນການເຈລະຈາ. 2 ຝ່າຍໄດ້ເຫັນດີເປັນເອກະພາບກັນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຈັດຕັ້ງການເຄື່ອນໄຫວຕ່າງໆທີ່ອຸດົມສົມບຸນ, ມີຄວາມໝາຍເພື່ອແນໃສ່ສະເຫຼີມສະຫຼອງ ປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ ຢ່າງແທດຈິງ. ລາວ ຢືນຢັນຈະສືບຕໍ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດຫວຽດນາມ ມາລົງທຶນດຳເນີນທຸລະກິດຢູ່ລາວ, ພິເສດແມ່ນບັນດາໂຄງການລົງທຶນ ແລະ ຊ່ວຍເຫຼືອລ້າຂອງຫວຽດນາມ, ໃນນັ້ນມີໂຄງການກໍ່ສ້າງເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ແຂວງ ຄຳມ່ວນ ແລະ ໂຄງການຍົກລະດັບສະຖາບັນການເມືອງ, ການປົກຄອງແຫ່ງຊາດລາວ ໄລຍະ 2. 2 ຝ່າຍສູ້ຊົນນຳວົງເງິນການຄ້າລະຫວ່າງ 2 ປະເທດ ຂຶ້ນເຖິງ 2 ຕື້ USD ໃນປີ 2015, ສົມທົບກັນເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ການສືກສາ, ສາທາລະນະສຸກ, ກະສິກຳ, ທ່ອງທ່ຽວ... ຫວຽດນາມ ຢືນຢັນສະໜັບສະໜູນ ລາວ ເຂົ້າຮ່ວມອົງການການຄ້າໂລກ (ຫຼື WTO), ສືບຕໍ່ໜູນຊ່ວຍ ລາວ ຈັດຕັ້ງກອງປະຊຸມຂັ້ນສູງ ອາຊີ - ເອີລົບ ຄັ້ງທີ 9 ສຳເລັດຜົນ ແລະ ເວທີປາໄສຄູ່ຮ່ວມມືລັດຖະສະພາ ອາຊີ - ເອີລົບ ຄັ້ງທີ 7 ໃນທ້າຍປີ 2012. ລາວຢືນຢັນຈະຮ່ວມມືກັບບັນດາປະເທດທີ່ກ່ຽວຂ້ອງນຳໃຊ້ແຫຼ່ງນ້ຳຈາກແມ່ນ້ຳຂອງແບບຍືນຍົງ, ເອົາໃຈໃສ່ເຖິງຜົນສະທ້ອນຕໍ່ສິ່ງແວດລ້ອມ.