ທ່ານປະທານປະເທດ ເຈືອງເຕີ້ນຊາງ ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ 40 ປີ ແຫ່ງວັນມູນເຊື້ອກົມໃຫຍ່ເຕັກນິກ
(ທ່ານປະທານປະເທດ ເຈືອງເຕີ້ນຊາງ)
(vovworld)- ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 40 ປີ ແຫ່ງວັນມູນເຊື້ອກົມໃຫຍ່ເຕັກນິກໃນຕອນເຊົ້າວັນທີ 10/9, ທ່ານປະທານປະເທດ ເຈືອງເຕີ້ນຊາງ ຊີ້ແຈ້ງວ່າ: ກອງທັບປະຊາຊົນຫວຽດນາມ ໄດ້ຮັບໜ້າທີ່ເປັນກຳລັງແກ່ນສານໃນພາລະກິດປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ປ້ອງກັນພັກ, ປົກປັກຮັກສາລະບອບສັງຄົມນິຍົມ ແລະ ຮັກສາສະພາບແວດລ້ອມສັນຕິພາບຈາກພັກ, ລັດ ແລະ ປະຊາຊົນ ເພື່ອກໍ່ສ້າງ ແລະ ພັດທະນາປະເທດຊາດ. ທ່ານປະທານປະເທດ ເຈືອງເຕີ້ນຊາງ ຮ້ຽກຮ້ອງໃຫ້ກົມໃຫຍ່ເຕັກນິກ ພ້ອມກັບຂະແໜງເຕັກນິກທົ່ວກອງທັບຕ້ອງເສີມຂະຫຍາຍບົດບາດເປັນອົງການເຈົ້າພາບເປັນຢ່າງດີ, ເປັນເສນາທິການໃຫ້ຄະນະພັກການທະຫານສູນກາງ ແລະ ກະຊວງປ້ອງກັນປະເທດ ກ່ຽວກັບວຽກງານເຕັກນິກການທະຫານ; ຮັບປະກັນດ້ານເຕັກນິກ ເພື່ອຮັກສາ, ນຳໃຊ້ອາວຸດ, ເຄື່ອງອຸປະກອນຈຳນວນໜຶ່ງທີ່ມີຢູ່ແລ້ວໃນປະຈຸບັນຢ່າງຍາວນານ; ພ້ອມທັງເພີ່ມທະວີການຄົ້ນຄ້ວາ, ເປັນເຈົ້າບັນດາອາວຸດ, ເຄື່ອງອຸປະກອນໃໝ່. ທ່ານປະທານປະເທດ ເຈືອງເຕີ້ນຊາງ ກໍ່ສະເໜີໃຫ້ກົມໃຫຍ່ເຕັກນິກເອົາໃຈໃສ່ເປັນພິເສດເຖິງວຽກງານບຳລຸງສ້າງ, ຝຶກອົບຮົມ, ກໍ່ສ້າງຖັນແຖວພະນັກງານ, ນັກເຕັກນິກໃຫ້ມີຄຸນນະທາດດ້ານການເມືອງ, ຄຸນສົມບັດທີ່ດີ, ມີລະດັບຄວາມຮູ້ວິທະຍາສາດເຕັກນິກສູງ ແລະ ມີຈິນຕະນາການປະດິດສ້າງສູງໃນວຽກງານ.