ທ່ານປະທານາທິບໍດີ ອິນໂດເນເຊຍ ພ້ອມດ້ວຍພັນລະຍາ ເລີ່ມຕົ້ນການເດີນທາງຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ

(VOVWORLD) -ໂດຍໄດ້ຮັບຄໍາເຊື້ອເຊີນຂອງທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ພ້ອມດ້ວຍພັນລະຍາ,  ທ່ານປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ Joko Widodo ພ້ອມດ້ວຍພັນລະຍາ ໄດ້ມີການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ໃນລະຫວ່າງ ວັນທີ 11 – 12 ກັນຍານີ້.

ທ່ານປະທານາທິບໍດີ ອິນໂດເນເຊຍ ພ້ອມດ້ວຍພັນລະຍາ ເລີ່ມຕົ້ນການເດີນທາງຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ - ảnh 1ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ພ້ອມດ້ວຍພັນລະຍາ 

(ພາບ: BNG)

 ການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມຂອງ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ດໍາເນີນໃນສະພາບການ ການພົວພັນຄູູ່ຮ່ວມມືຍຸດທະສາດຫວຽດນາມ - ອິນໂດເນເຊຍ ມີການພັດທະນາໃໝ່ ນັບແຕ່ເມື່່ອ ພາຍຫຼັງການຢ້ຽມຢາມທາງລັດຖະກິດຢູ່ອິນໂດເນເຊຍ ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝຸຈ້ອງ (ເມື່ອເດືອນສິງຫາ 2017) ແລະ ແມ່່ນຈຸດເດັ່ນທີ່ສໍາຄັນ, ອັນໄດ້ຊ່ວຍກໍານົດທິດການຮ່ວມມືລະຫວ່າງສອງປະເທດໃນໄລຍະໃໝ່ ພາຍຫຼັງ 5 ປີ ແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.


ຕອບກັບ

ຂ່າວ/ບົດ​ອື່ນ