ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຮັດວຽກຢູ່ແຂວງ ບັກກ້ານ

(VOVWORLD) - ວັນທີ 10 ມັງກອນ, ໃນລາຍການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບັກກ້ານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ພ້ອມດ້ວຍຄະນະປະຕິບັດງານໄດ້ເຮັດວຽກກັບການນຳແຂວງ ບັກກ້ານ.
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຮັດວຽກຢູ່ແຂວງ ບັກກ້ານ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢ້ຽມຢາມແຂວງ ບັກກ້ານ

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເນັ້ນໜັກວ່າ: ໃນໄລຍະຈະມາເຖິງ, ແຂວງ ບັກກ້ານ ຄວນເພີ່ມທະວີການປົກປັກຮັກສາ ແລະ ພັດທະນາປ່າໄມ້, ຮັບປະກັນຄວາມປອດໄພໃນການຈະລາຈອນ; ເອົາໃຈໃສ່ລົງທຶນເຂົ້າຂົງເຂດການສຶກສາ, ສາທາລະນະສຸກ, ບັນດາຕາແສງປະສົບກັບຄວາມຫຍຸ້ງຍາກ, ເອົາໃຈໃສ່ວຽກງານຊົນເຜົ່າ. ສຳລັບຂົງເຂດການສຶກສາ, ແຂວງຄວນເອົາໃຈໃສ່ບຳລຸງສ້າງຄູອາຈານຕາມລາຍການອັບເດັດ, ລົງທຶນກໍ່ສ້າງບັນດາໂຮງຮຽນກິນນອນ, ເຄິ່ງກິນນອນ. ໃນການພັດທະນາເສດຖະກິດ, ແຂວງຄວນເອົາໃຈໃສ່ເຖິງສິ່ງແວດລ້ອມ, ບັນດາບັນຫາສັງຄົມ; ຫັນບັນດາໂຄງການວິທະຍາສາດເປັນລະອຽດ, ມີປະສິດທິຜົນ ແລະ ເໝາະສົມກັບຈຸດພິເສດຂອງແຂວງ.

 

ຕອບກັບ

ຂ່າວ/ບົດ​ອື່ນ