ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ຕ້ອນຮັບຜູ້ຕາງໜ້າຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ

(VOVWORLD) - ຕອນບ່າຍວັນທີ 06 ກໍລະກົດ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບີງ
ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ຕ້ອນຮັບຜູ້ຕາງໜ້າຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ມອບຂອງຂວັນໃຫ້ແມ່ ຫວຽດນາມ ວິລະຊົນ ພາບ: VGP

ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມໜູນຊ່ວຍຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ, ຜູ້ຕາງໜ້າແມ່ຫວຽດນາມວິລະຊົນ, ຄະນະຜູ້ແທນບັນດາຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ນັກຮົບເກົ່າທີ່ດີເດັ່ນທົ່ວປະເທດ ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/07/1947 – 27/07/2018). ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນຍາມໃດກໍ່ຈົດຈຳ, ຮູ້ບຸນຄຸນຢ່າງໃຫຍ່ຫລວງ. ຊົມເຊີຍບັນດາໝາກຜົນແຫ່ງການເຄື່ອນໄຫວຂອງສະມາຄົມໜູນຊ່ວຍຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ໃນກ່ວາ 7 ປີຜ່ານມາ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ປາດຖະໜາວ່າ ສະມາຄົມສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໃຫ້ອຸດົມສົມບູນ, ມີປະສິດທິຜົນ ແລະແທດຈິງກ່ວາ.


ຕອບກັບ

ຂ່າວ/ບົດ​ອື່ນ