ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເຮັດວຽກກັບການນຳແຂວງ ລາຍເຈົາ

(VOVWORLD) - ຕອນບ່າຍວັນທີ 05 ທັນວາ, ຢູ່ແຂວງ ລາຍເຈົາ,  ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເປັນປະທານການເຮັດວຽກກັບຄະນະການນຳຫຼັກແຫຼ່ງແຂວງ ລາຍເຈົາ ກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນ.
ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເຮັດວຽກກັບການນຳແຂວງ ລາຍເຈົາ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເຮັດວຽກກັບການນຳແຂວງ ລາຍເຈົາ (ພາບ: VGP)

ກ່າວຄຳເຫັນສະຫລຸບການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ສະເໜີວ່າ: ແຂວງ ສືບຕໍ່ປະຕິບັດບັນດາມາດຕະການກ່ຽວກັບການພັດທະນາເສດຖະກິດສັງຄົມຢ່າງຄົບຊຸດ. ສືບຕໍ່ສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ຕາມທິດໝູນໃຊ້ເຕັກໂນໂລຊີສູງເຂົ້າໃນວິວັດການຜະລິດ, ເພີ່ມທະວີການດຶງດູດບັນດາວິສາຫະກິດມາລົງທຶນໃນຂົງເຂດກະສິກຳ.

        ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ພ້ອມດ້ວຍຄະນະປະຕິບັດງານສູນກາງໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ປ້ອມປ້ອງກັນຊາຍແດນ ຊິນຊ໊ວຍໂຮ່ ຢູ່ເມືອງ ຟອງໂທ.

ຕອບກັບ

ຂ່າວ/ບົດ​ອື່ນ