(ພາບ:fem.wru.edu.vn)
(vovworld) – ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈິມິນ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປ ລາວ ຈູມມາລີ ໄຊຍະສອນ ໄດ້ໄປຢ້ຽມຢາມເຂດເຕັກໂນໂລຊີສູງນະຄອນໂຮ່ຈິມິນ ຊື່ງແມ່ນເຂດເສດຖະກິດເຕັກນິກເພື່ອແນໃສ່ດຶງດູດເງິນລົງທຶນຂອງຕ່າງປະເທດ, ລະດົມແຫຼ່ງກຳລັງພາຍໃນປະເທດກ່ຽວກັບດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ສົມທົບການຜະລິດດຳເນີນທຸລະກິກັບການຄົ້ນຄ້ວາ, ຮັບ ແລະ ຖ່າຍຖອດ, ພັດທະນາເຕັກໂນໂລຊີສູງ ແລະ ບຳລຸງສ້າງຊັບພະຍນກອນມະນຸດ. ໃນໄລຍະແຕ່ 2013-2020, ເຂດເຕັກໂນໂລຊີສູງນະຄອນໂຮ່ຈິມິນ ຈະເຕົ້າໂຮມຖັນແຖວນັກປັນຍາຊົນ, ຄົ້ນຄ້ວາ ແລະ ພັດທະນາ, ບຳລຸງສ້າງ, ຊຸກຍູ້ການປະດິດສ້າງ, ປ່ຽນໃໝ່ເຕັກໂນໂລຊີ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ສປປ ລາວ ຈູມມາລີ ໄຊຍະສອນ ເນັ້ນໜັກວ່າ:
ສຽງທ່ານຈູມມາລີ ໄຊຍະສອນ