ທ່ານເລຂາທິການໃຫ່ຍ ສປຊ ຮຽກຮ້ອງສັນຕິພາບ ຢູ່ຕາເວັນອອກກາງ

ທ່ານເລຂາທິການໃຫ່ຍ ສປຊ ຮຽກຮ້ອງສັນຕິພາບ ຢູ່ຕາເວັນອອກກາງ - ảnh 1

(ພາບ:VOV5)

(vovworld)-​​​​ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ປະທານາທິບໍດີ​ອິດສະຣາ​ແອນ Shimon Peres  ຢູ່ Jerusalem ​ເມື່ອວັນ​ທີ 16/8, ທ່ານ​ບານ​ກີ​ມູນ ເລຂາທິການ​ໃຫ່ຍ ສປຊ  ​ໄດ້​ຮຽກຮ້ອງ​ໃຫ້​ອຳນາດ​ການ​ປົກຄອງ​ປາ​ແລດ​ສະຕິ​ນ ​ແລະ ອິດສະຣາ​ແອນ ຈົ່ງ​ພ້ອມ​ກັນ​ຜ່ານ​ຜ່າ ​“ຄວາມ​ລະ​ແວງ​ສົງ​ໃສ​ອັນ​ເລິກ​ເຂິ່ງ“ ​ເພື່ອ​ບັນລຸ​ໄດ້​ຂໍ້​ຕົກລົງ​ສັນຕິພາບ. ທ່ານ​ບານ​ກີ​ມູນ ເລຂາທິການ​ໃຫ່ຍ ສປຊ  ​ເນັ້ນນັກ​ວ່າ ສອງ​ຝ່າຍ​ຕ້ອງ​ຮັກສາ​ສະພາບ​ແວດ​ລ້ອມທີ່​ມີ​ລັກສະນະ​ສ້າງສັນ​ໃຫ້​ແກ່​ວິວັດ​ທະນະ​ການ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ​ໃນ​ອະນາຄົດ ພ້ອມ​ທັງ​ຫລີກ​ເວັ້ນການ​ຄັດຄ້ານ​ທີ່​ຫຍໍ້​ທໍ້​ອາດ​ຈະ​ກໍ່​ຜົນ​ສະທ້ອນ​ເຖິງ​ຮອບ​ເຈລະຈາ​ສັນຕິພາບ​ຄັ້ງຕ່າງໆ. ​ໃນ​ວັນ​ດຽວ​ກັນ, ທ່ານ​ບານ​ກີ​ມູນ ເລຂາທິການ​ໃຫ່ຍ ສປຊ  ​ໄດ້​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ​ອິ​ດສະຣາ​ແອນ Benjamin Netanyahu, ທ່ານ​ລັດຖະມົນຕີ​ກະຊວງຍຸດຕິ​ທຳ-ຫົວໜ້າ​ຄະນະ​ເຈລະຈາ​ອິດສະຣາ​ແອນ ​Tzipi Livni ແລະ ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Moshe Yaalon.

 

 

ຂ່າວ/ບົດ​ອື່ນ