(ພາບ:vov.vn)
(vovworld)- ຕອນເຊົ້າວັນທີ 14/9, ທ່ານເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ຊື່ງພວມຢູ່ຢ້ຽມຢາມສິງກະໂປ ຢ່າງເປັນທາງການ ໄດ້ມີການພົບປະກັບການນຳສະຫະສະມາຄົມນັກທຸລະກິດສິງກະໂປ ແລະ ບັນດານັກທຸລະກິດອັນດັບໜຶ່ງສິງກະໂປ, ໃນນັ້ນມີນັກທຸລະກິດຫຼາຍທ່ານພວມທຳການດຳເນີນທຸລະກິດຢູ່ຫວຽດນາມ. ທີ່ການພົບປະ, ທ່ານເລຂາທິການໃຫ່ຍ Nguyen Phu Trong ໄດ້ແນະນຳບັນດາແຜນນະໂຍບາຍໃຫ່ຍຂອງຫວຽດນາມ ໃນການພັດທະນາເສດຖະກິດສັງຄົມ. ທ່ານຢືນຢັນວ່າ ຍາມໃດຫວຽດນາມ ກໍ່ໃຫ້ບຸລິມະສິດຄອບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຮັບປະກັນຊີວິດສັງຄົມ. ທ່ານເລຂາທິການໃຫ່ຍ Nguyen Phu Trong ເວົ້າວ່າ:
“ຂ້າພະເຈົ້າຫວັງວ່າ, ພາຍຫຼັງການຢ້ຽມຢາມ, ການພົວພັນດ້ານເສດຖະກິດ-ການຄ້າ ການລົງທຶນລະຫວ່າງສອງປະເທດຈະມີບາດກ້າວພັດທະນາໃໝ່. ສິ່ງດັ່ງກ່າວແມ່ນຕ້ອງຂຶ້ນກັບພວກເພື່ອນ, ບັນດາທ່ານຜູ້ນຳ, ວິສາຫະກິດ ໂດຍສະເພາະແມ່ນບັນດານັກທຸລະກິດອັນດັບ 1 ຂອງສິງກະໂປ ຊື່ງໄດ້, ພວມ ແລະ ຈະທຳການດຳເນີນທຸລະກິດຢູ່ຫວຽດນາມ ເພື່ອເພີ່ມທະວີການພົວພັນດັ່ງກ່າວ“.
ໃນວັນດຽວກັນ, ທ່ານເລຂາທິການໃຫ່ຍ Nguyen Phu Trong ໄດ້ໄປຢ້ຽມຢາມໂຮງຮຽນນະໂຍບາຍລັດ ຫຼີກຸງຢູ ແລະ ມີບົດກ່າວປາໄສສຳຄັນດ້ວຍຫົວຂໍ້ “ເພື່ອພາກພື້ນອາຊີຕາເວັນອອກສ່ຽງໃຕ້ແຫ່ງສັນຕິພາບ, ສະຖຽນລະພາບ, ການ ຮ່ວມມື ແລະ ພັດທະນາ“. ທ່ານເນັ້ນໜັກວ່າ ການຢ້ຽມຢາມສິງກະໂປ ຢ່າງເປັນທາງການຄັ້ງນີ້ຂອງຄະນະກົງກັບໂອກາດບັນດາປະເທດອາຊຽນ ຫາກໍ່ຈັດພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງ ແລະ ພວມພ້ອມກັນມານະພະຍາຍາມສ້າງປະຊາຄົມອາຊຽນ ແຫ່ງສາມັກຄີ, ໝັ້ນຄົງເຂັ້ມແຂງ ແລະ ພັດທະນາໃນພາກພື້ນ. ທ່ານເລຂາທິການໃຫ່ຍ Nguyen Phu Trong ຊີ້ແຈ້ງວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ຕັ້ງໜ້າພອ້ມກັບບັນດາປະເທດອາຊຽນ ຊຸກຍູ້ການເຈລະຈາ ເພື່ອເຊັນຫຼັກການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ກັບຈີນໂດຍໄວ, ຖືກຕ້ອງຕາມເນື້ອໃນຈິດໃຈລະບຸໄວໃນຖະແຫຼງການ 6 ຂໍ້ຂອງບັນດາທ່ານລັດຖະມົນຕີການຕ່າງປະເທດອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ.
ຕອນບ່າຍວັນທີ 14/9, ທ່ານເລຂາທິການໃຫ່ຍ Nguyen Phu Trong ໄດ້ສີ້ນສຸດການຢ້ຽມຢາມສິງໂປຢ່າງຈົບງາມ.