( vovworld ) – ວັນທີ 25/4, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ໃຫ້ການຕ້ອນຮັບລັດຖະມົນຕີການຕ່າງປະເທດອັງກິດ Wiliam Hague ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ Nguyen Tan Dung ຖືວ່າ: ຫວຽດນາມ ແລະ ລາຊະອານາຈັກອັງກິດ ຄວນຜັນຂະຫຍາຍໂຄງການດຳເນີນງານຂອງຄູ່ຮ່ວມມືຍຸດທະສາດຢ່າງຕັ້ງໜ້າ ເພື່ອແນໃສ່ນຳມາເຊິ່ງປະສິດທິຜົນອັນແທດຈິງໃຫ້ທັງສອງຝ່າຍ, ເພື່ອສັນຕິພາບ, ການພັດທະນາໃນພາກພື້ນ ແລະ ໃນໂລກ. ບົນຈິດໃຈດັ່ງກ່າວ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ຖືວ່າ ສອງຝ່າຍຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ຊຸກຍູ້ການພົວພັນດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ການສຶກສາບຳລຸງສ້າງ….ສ່ວນທ່ານລັດຖະມົນຕີ Wiliam Hague ໃຫ້ຮູ້ວ່າ: ຈຸດປະສົງຂອງການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ແມ່ນເພື່ອແນໃສ່ແລກປ່ຽນການຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ປ້ອງກັນ, ຕ້ານອາດສະຍາກຳ…. ກ່ອນໜ້ານັ້ນ, ໃນການພົບປະເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ Pham Binh Minh, ທ່ານລັດຖະມົນຕີການຕ່າງປະເທດອັງກິດ Wiliam Hague ເນັ້ນໜັກວ່າ: “ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາຈະເປີດກ້ວາງການຄ້າເສລີ, ເປີກກ້ວາງເສດຖະກິດ ແລະ ພັດທະນານະໂຍບາຍການຕ່າງປະເທດ ກໍຄືຍູ້ແຮງບັນດາການເຄື່ອນໄຫວໃນຂົງເຂດການສຶກສາ, ການຄ້າ ແລະ ບັນດາຂົງເຂດອື່ນໆ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາວ່າ ຈະພ້ອມກັບຫວຽດນາມ ຍູ້ແຮງ ແລະ ພັດທະນາບັນດາຂົງເຂດດັ່ງກ່າວ ແລະ ຈະເພີ່ມພູນຄູນສ້າງໃຫ້ສາຍພົວພັນທີ່ມີລັກສະນະຍຸດທະສາດນີ້“.