ນິງທ້ວນ ມຸ່ງໄປເຖິງຄາດໝາຍຕ້ອນຮັບແຂກທ່ອງທ່ຽວໃນປີ 2019 ກ່ວາ 2 ລ້ານເທື່ອຄົນ

(VOVWORLD) -  ເພື່ອສ້າງບັນດາຜະລິດຕະພັນການທ່ອງທ່ຽວພິເສດ, ທາງແຂວງພວມຍູ້ແຮງການດຶງດູດບັນດາໂຄງການທ່ອງທ່ຽວຈຸດສຸມທີ່ມີລັກສະນະຫລູຫລາໃນບໍລິເວນແຂວງ
ນິງທ້ວນ ມຸ່ງໄປເຖິງຄາດໝາຍຕ້ອນຮັບແຂກທ່ອງທ່ຽວໃນປີ 2019 ກ່ວາ 2 ລ້ານເທື່ອຄົນ - ảnh 1 ນິງທ້ວນ ມຸ່ງໄປເຖິງຄາດໝາຍຕ້ອນຮັບແຂກທ່ອງທ່ຽວໃນປີ 2019 ກ່ວາ 2 ລ້ານເທື່ອຄົນ

ໃນຊຸມປີມໍ່ໆມານີ້, ແຂກທ່ອງທ່ຽວມາຢ້ຽມຢາມແຂວງ ນິງທ້ວນ ໄດ້ເພີ່ມຂຶ້ນໄວຢ່າງບໍ່ຢຸດຢັ້ງ, ຂະແໜງທ່ອງທ່ຽວມີສັນຍານດີຂຶ້ນ ຍ້ອນແຂວງມີບັນດານະໂຍບາຍບຸລິມະສິດດຶງດູດບັນດານັກລົງທຶນ; ພັດທະນາ ແລະ ຍົກສູງຄຸນນະພາບບັນດາຜະລິດຕະພັນການທ່ອງທ່ຽວ, ການບໍລິການໃຫມ່ ເພື່ອດຶງດູດແຂກທ່ອງທ່ຽວ. ມຸ່ງໄປເຖິງຄາດໝາຍຕ້ອນຮັບແຂກທ່ອງທ່ຽວ 2,35 ລ້ານເທື່ອຄົນໃນປີ 2019, ໃນນັ້ນ ແຂກທ່ອງທ່ຽວສາກົນຄາດວ່າ ຈະບັນລຸໄດ້ 100.000 ເທື່ອຄົນ, ຂະແໜງທ່ອງທ່ຽວແຂວງ ນິງທ້ວນ ສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບບັນດາຜະລິດຕະພັນການທ່ອງທ່ຽວ, ການບໍລິການ. ເພື່ອສ້າງບັນດາຜະລິດຕະພັນການທ່ອງທ່ຽວພິເສດ, ທາງແຂວງພວມຍູ້ແຮງການດຶງດູດບັນດາໂຄງການທ່ອງທ່ຽວຈຸດສຸມທີ່ມີລັກສະນະຫລູຫລາໃນບໍລິເວນແຂວງຄື: ພັດທະນາບັນດາຜະລິດຕະພັນການທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບເຂດທະເລ ບີງຕຽນ - ຫວີງຮີ - ນິງຈື; ສ້າງຜະລິດຕະພັນທ່ອງທ່ຽວຕົວເມືອງ, ທ່ອງທ່ຽວທະເລ, ທ່ອງທ່ຽວຊີວະພາບກະສິກຳ…ໄປຄຽງຄູ່ກັບການຍູ້ແຮງດຶງດູດການລົງທຶນ, ສ້າງບັນດາຜະລິດຕະພັນທ່ອງທ່ຽວໃຫມ່, ແຂວງ ນິງທ້ວນ ຍົກສູງຄຸນນະພາບການບໍລິການທ່ອງທ່ຽວຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ