ນະຄອນໂຮ່ຈີ່ມິນເຊີດຊູ100ວິສາຫະກິດດີເດັ່ນ

ນະຄອນໂຮ່ຈີ່ມິນເຊີດຊູ100ວິສາຫະກິດດີເດັ່ນ - ảnh 1
ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ນະ​ຄອນ​ໂຮ່​ຈີ່​ມິນ​ຈັດ​ຕັ້ງ​
ການ​ເຊີດ​ຊູ 100 ວິ​ສາ​ຫະ​ກິດ​ດີ​ເດັ່ນ​ ປີ 2015
(ພາບ: hiephoidoanhnghiep.vn)

( vovworld)- ​ຕອນ​ເຊົ້າ ວັນ​ທີ 10/10, ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ນະ​ຄອນ​ໂຮ່​ຈີ່​ມິນ​ ຈັດ​ຕັ້ງ​ການ​ເຊີດ​ຊູ 100 ວິ​ສາ​ຫະ​ກິດ​ດີ​ເດັ່ນ​ ປີ 2015 ແລະ ຕ້ອນ​ຮັບ​ຫຼຽນ​ໄຊ​ແຮງ​ງານ​ ຊັ້ນ II. 100 ວິ​ສາ​ຫະ​ກິດ​ດີ​ເດັ່ນ​ປີນີ້ ແມ່ນ​ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ມີ​ລາຍ​​ຮັບ ແລະ ກຳ​ໄລ​ເກີນ​ແຜນ​ການ. ມີ​ການເຄ​ື່ອນ​ໄຫວ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ, ມີ​ບັນ​ດາ​ມາດ​ຕະ​ການ​ໃໝ່​ ​ ​ຮັບ​ໃຊ້ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ ຢ່າງ​​ມີ​ປະ​ສິດ​ທິ​ຜົນ​, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ປະ​ຊາ​ຄົມ, ປະ​ກອບ​ສ່ວ​ນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ,ສັງ​ຄົມ​ຂອງ​ນະ​ຄອນ​ເວົ້າ​ສະ​ເພາະ, ທົ່ວ​ປະ​ເທດ​ເວົ້າ​ລວມ. ລວມຍອດ​ລາຍ​​ຮັບ​ທັງ​ໝົດ​ຂອງ 100 ວິ​ສາ​ຫະ​ກິດ​ດີ​ເດັ່ນ​ປີນີ້​ ບັນ​ລຸ​ໄດ້​ກວ່າ 650 ພັນ​ຕື້​ດົງ, ມອບ​ເຂົ້າ​ງົບ​ປະ​ມານ​ແຫ່ງ​ລັດ 18 ພັນ​ຕື້​ດົງ ແລະ ປະ​ກອບ​ສ່ວນ​ແກ້​ໄຂວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ 155 ພັນ​ຄົນ.

ຂ່າວ/ບົດ​ອື່ນ