(vovworld) - ງານບຸນຕ້ອນຮັບປີໃໝ່ 2014 ໄດ້ເຄື່ອນໄຫວເປັນເວລາ 5 ວັນ. ງານບຸນຕ້ອນຮັບປີໃໝ່ ປີ 2014 ໄດ້ດຶງດູດການເຂົ້າຮ່ວມຂອງປະຊາຊົນນັບພັນໆຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ. ບັນດາການເຄື່ອນໄຫວວັດທະນະທຳ, ສິລະປະໃນງານບຸນໄດ້ສະແດງໃຫ້ເຫັນນະຄອນໂຮ່ຈິມິນ ທີ່ທັນສະໄໝ, ເຊື່ອມໂຍງເຂົ້າກັບສາກົນ ແຕ່ມີຈຸດເອກະລັກສະເພາະ. ບັນດາການເຄື່ອນໄຫວວັດທະນະທຳຄື: ງານວາງວະແດງຮູບຖ່າຍ, ອາຫານການກິນທຸກແຖບຖິ່ນ, ແຂ່ງລົດຖີບ...
ງານບຸນຕ້ອນຮັບບຸນປີໃໝ່ ໄດ້ຈັດຂຶ້ນເປັນປະຈຳ, ເຊິ່ງແມ່ນໂອກາດເພື່ອໂຄສະນາໃຫ້ເພື່ອນມິດສາກົນພາບພົດນະຄອນໂຮ່ຈິມິນ ຂະຫຍັນຂັນເຂື່ອນ, ມີການເຄື່ອນໄຫວດ້ານວັດທະນະທຳ, ທ່ອງທ່ຽວທີ່ອຸດົມສົມບຸນ, ຫຼາຍຮູບຫຼາຍແບບ, ພວມເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ. ພ້ອມທັງຢືນຢັນການພັດທະນາຂອງນະຄອນທີ່ສີວິໄລ ແລະ ທັນສະໄໝ.