(ພາບປະກອບ)
(vovworld) - ວັນທີ 03/03, ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມນະຄອນໂຮ່ຈິມິນ ໄດ້ຈັດພິທີຕອບສະໜອງຂະບວນການມອດໄຟເພື່ອໜ່ວຍໂລກ 2013 ດ້ວຍການເຂົ້າຮ່ວມຂອງນັກອາສາສະມັກ 1.500 ຄົນ, ເພື່ອເປັນການເປີດສາກໃຫ້ແກ່ບັນດາການເຄື່ອນໄຫວປະຊາຄົມທີ່ຟົດຟື້ນໃນເດືອນ 3/2013. ຂະບວນການດັ່ງກ່າວໃນປີ 2013 ນີ້ໄດ້ເນັ້ນໜັກເຖິງການກະທຳທີ່ວ່າ “ບໍ່ພຽງແຕ່ມອດໄຟ 1 ຊົ່ງໂມງເທົ່ານັ້ນ”. ຕາມຄະນະຈັດຕັ້ງແລ້ວ, ແຕ່ນີ້ເຖິງຄໍ່າຄືນວັນທີ 23/03, ຢູ່ນະຄອນໂຮ່ຈິມິນ ຈະມີບັນດາການເຄື່ອນໄຫວຄື “ຖີບລົດຖີບໄປໂຄສະນາ”, “20 ວິນາທີມອດໄຟເພື່ອໜ່ວຍໂລກ”, “ຄຸ້ມຖະໜົນໃຊ້ພະລັງງານຂຽວ” (ຂົນຂວາຍການປະຢັດໄຟຟ້າ, ປ່ຽນດອກໄຟ compact, ສົ່ງເສີມການນຳໃຊ້ພະລັງງານຂຽວ ແລະ ນຳໃຊ້ບັນດາຮູບແບບດຳລົງຊີວິດຂຽວ).