ນະຄອນ ໂຮ່ຈີມິນ ແລະ ແຂວງ ສະຫວັນນະເຂດ ເພີ່ມທະວີການຮ່ວມມືຢ່າງຮອບດ້ານ
ນະຄອນ ໂຮ່ຈີມິນ
(vovworld) – ທີ່ການຕ້ອນຮັບທ່ານເລຂາພັກແຂວງ, ເຈົ້າແຂວງແຂວງ ສະຫວັນນະເຂດ ສຸພັນ ແກ້ວມີໄຊ ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈີມິນ, ວັນທີ 28/4, ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ Le Thanh Hai ຖືວ່າ: ຄວາມສາມາດບົ່ມຊ້ອນໃນການຮ່ວມມືຂອງ 2 ທ້ອງຖີ່ນແມ່ນໃຫຍ່ຫຼວງ, ພິເສດແມ່ນແຂວງ ສະຫວັນນະເຂດ ມີຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ນອນໃນແລວເສດຖະກິດຕາເວັນອອກ - ຕາເວັນຕົກ. ຕາມທ່ານ Le Thanh Hai ແລ້ວ, ໃນໄລຍະຈະມາເຖິງ, ນະຄອນ ໂຮ່ຈີມິນ ແລະ ແຂວງສະຫວັນນະເຂດຄວນມີບັນດາລາຍການຮ່ວມມືລະອຽດກ່ວາ, ບໍ່ພຽງແຕ່ໃນຂົງເຂດເສດຖະກິດເທົ່ານັ້ນ, ຫາກຍັງໃນຂົງເຂດສຶກສາ, ບຳລຸງສ້າງ, ວັດທະນະທຳສິລະປະ, ພ້ອມທັງຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ບັນດາອົງການແນວໂຮມປະເທດຊາດ, ໝູ່ຄະນະ, ເພີ່ມທະວີການຮ່ວມມື, ຜ່ານນັ້ນສຶກສາອົບຮົມມູນເຊື້ອອັນດີງາມລະຫວ່າງ 2 ທ້ອງຖີ່ນ ກໍ່ຄື 2 ປະເທດຫວຽດນາມ - ລາວ ອ້າຍນ້ອງ. 2 ທ້ອງຖີ່ນສ້າງເງື່ອນໄຂໃຫ້ແກ່ວິສາຫະກິດໄດ້ພົບປະ, ຊອກຫາກາລະໂອກາດຮ່ວມມື.
ທ່ານ ສຸພັນ ແກ້ວມີໄຊ ປາດຖະໜາຢາກຕ້ອນຮັບບັນດາວິສາຫະກິດ, ນັກລົງທຶນຂອງນະຄອນ ໂຮ່ຈີມິນ ກໍຄືຂອງຫວຽດນາມ ມາຊອກຮູ້, ຮ່ວມມືລົງທຶນຢູ່ແຂວງສະຫວັນນະເຂດ, ພ້ອມທັງສະເໜີໃຫ້ນະຄອນ ໂຮ່ຈີມິນ ຈົ່ງສືບຕໍ່ໜູນຊ່ວຍແຂວງ ສະຫວັນນະເຂດ ໃນຂົງເຂດສຶກສາ, ບຳລຸງສ້າງໃນໄລຍະຈະມາເຖິງ.