ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຂົ້າຮ່ວມກອງປະຊຸມວິສາຫະກິດເຢຍລະມັນເຂດອາຊີ-ປາຊີຟິກ
ທ່ານນາຍົກລັດຖະມົນຕີກ່າວຄຳເຫັນທີ່ວາລະໄຂ
(ພາບ: VGP/Nhật Bắc)
(vovworld) – ຕອນເຊົ້າວັນທີ 21/11, ຢູ່ນະຄອນໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມວິສາຫະກິດ ເຢຍລະມັນ ພາກພື້ນ ອາຊີ - ປາຊີຟິກ (APK). ນີ້ແມ່ນການພົບປະສຳຄັນທີ່ສຸດຂອງເຄືອຂ່າຍບັນດາບໍລິສັດ ເຢຍລະມັນ ເພື່ອຈຸດປະສົງພົວພັນແລກປ່ຽນ ແລະ ສົ່ງເສີມການຄ້າກັບບັນດາວິສາຫະກິດ, ນັກຊ່ຽວຊານເສດຖະກິດ ແລະ ການເມືອງໃນພາກພື້ນ, ດ້ວຍການເຂົ້າຮ່ວມຂອງເຈົ້າໜ້າທີ່ອັນດັບໜຶ່ງຂອງ ເຢຍລະມັນ ຫຼາຍທ່ານ ແລະ ເກືອບ 700 ວິສາຫະກິດອັນດັບໜຶ່ງຂອງ ເຢຍລະມັນ, ຫວຽດນາມ ແລະ ບັນດາປະເທດໃນພາກພື້ນ.
ທີ່ວາລະໄຂ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຢືນຢັນວ່າການເລືອກເຟັ້ນ ຫວຽດນາມ ແມ່ນບ່ອນຈັດຕັ້ງກອງປະຊຸມ APK ຄັ້ງທີ 14 ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງປະຊາຄົມວິສາຫະກິດ ເຢຍລະມັນ ແລະ ພາກພື້ນ ອາຊີ - ປາຊີຟິກ ທີ່ມີຕໍ່ທ່າອ່ຽງ ແລະ ແງ່ຫວັງການພັດທະນາຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ດ້ວຍຄວາມມານະພະຍາຍາມປະຕິຮູບພາຍໃນປະເທດ ແລະ ເປັນເຈົ້າການເຂົ້າຮ່ວມບັນດາສັນຍາການຄ້າເສລີມີມາດຖານສູງໃນໄລຍະຈະມາເຖິງ, ສະພາບແວດລ້ອມກົດໝາຍ, ດຳເນີນທຸລະກິດຂອງ ຫວຽດນາມ ຈະນັບມື້ນັບສົມບູນແບບ, ສະດວກ ແລະ ມີລັກສະນະແກ່ງແຍ້ງກ່ວາ.
ກໍ່ຢູ່ວາລະໄຂ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງເສດຖະກິດ ແລະ ພະລັງງານ ສ. ສະຫະພັນ ເຢຍລະມັນ Sigmar Gabriel ຢືນຢັນ: ຍາມໃດ ເຢຍລະມັນກໍ່ຊົມເຊີຍ ແລະ ຈະສ້າງທຸກເງື່ອນໄຂອຳນວຍຄວາມສະດວກ ໃນນັ້ນມີການສ້າງສະພາບແວດລ້ອມລົງທຶນ, ດຳເນີນທຸລະກິດນັບມື້ນັບເອື້ອອຳນວຍຄວາມສະດວກກ່ວາອີກເພື່ອໃຫ້ ບັນດາວິສາຫະກິດໃນພາກພື້ນ ອາຊີ - ປາຊີຟິກ ມາສົ່ງເສີມດ້ານການຄ້າ, ຊຸກຍູ້ການຮ່ວມມືລົງທຶນຢູ່ ເຢຍລະມັນ, ທ່ານກໍ່ເຊື່ອໝັ້ນວ່າ ກອງປະຊຸມຈະເປີດກາລະໂອກາດຮ່ວມມືໃໝ່ລະຫວ່າງ ເຢຍລະມັນ ແລະ ບັນດາປະເທດໃນພາກພື້ນ ອາຊີ - ປາຊີຟິກ.