ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຮັດວຽກກັບການນຳແຂວງດັກລັກ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ດັກລັກ
(ພາບ: nguyentandung.org)
(vovworld) – ຕອນເຊົ້າວັນທີ 24/11, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ດັກລັກ ກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງທ້ອງຖີ່ນ. ເມື່ອສະຫລຸບການເຮັດວຽກ, ທ່ານ ຫງວຽນເຕີນຢູ້ງ ຕີລາຄາສູງຄວາມມານະພະຍາຍາມຂອງແຂວງ ດັກລັກ ໃນການຜັນຂະຫຍາຍການປະຕິບັດບັນດາມະຕິ, ຂໍ້ສະຫລຸບຂອງສູນກາງພັກ, ລັດຖະບານໃນນັ້ນມີຂໍ້ສະຫລຸບຂອງກົມການເມືອງກ່ຽວກັບການກໍ່ສ້າງ ແລະ ພັດທະນານະຄອນ ບວນມາທວດ ໃຫ້ເປັນຕົວເມືອງສູນກາງຂອງເຂດໄຕງວຽນ ຢ່າງເຂັ້ມງວດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ສະເໜີແຂວງ ດັກລັກ ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງສູງສຸດເພື່ອສືບຕໍ່ບື່ນຕົວຂຶ້ນ, ຮັດແຄບຊ່ອງຫວ່າງການພັດທະນາກັບບັນດາທ້ອງຖິ່ນໃນທົ່ວປະເທດ. ທ່ານ ນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ກໍ່ສະເໜີໃຫ້ແຂວງ ດັກລັກ ສືບຕໍ່ປະຕິບັດບັນດານະໂຍບາຍຮັບປະກັນຊີວິດສັງຄົມ ແລະ ສະຫວັດດີການສັງຄົມ, ຫລຸດຜ່ອນຄວາມທຸກຍາກໂດຍໄວ ແລະ ໝັ້ນຄົງກ່ວາໃນໝູ່ປະຊາຊົນບັນດາເຜົ່າ, ເດັດດຽວປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່ກ່ວາອີກ.