ທ່ານນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບ
ລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ
( ພາບ: .chinhphu.vn )
(vovworld) - ຕອນບ່າຍວັນທີ 15/8, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ໃຫ້ການຕ້ອນຮັບທ່ານ ລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ Yukio Edano ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ຖືວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ຍັງມີຫຼາຍຢູ່ ສາມາດຊ່ວຍເຫຼືອກັນ, ເພາະສະນັ້ນ, ສອງຝ່າຍຄວນຍູ້ແຮງການຮ່ວມມືເພື່ອແນໃສ່ນຳມາເຊິ່ງປະສິດທິຜົນຢ່າງແທດຈິງໃຫ້ແກ່ສອງປະເທດ, ສອງຊາດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບການພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ສະເໜີໃຫ້ຍີ່ປຸ່ນ ນຳເຂົ້າສິນຄ້າຂອງຫວຽດນາມ ເພື່ອແນໃສ່ສ້າງຄວາມສົມດູນການຄ້າໜູນຊ່ວຍຫວຽດນາມ ພັດທະນາອຸດສາຫະກຳ, ພິເສດແມ່ນອຸດສາຫະກຳສຳຮອງ, ສືບຕໍ່ຍູ້ແຮງການອຸປະຖຳພັດທະນາໃຫ້ແກ່ຫວຽດນາມ ລົງທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ພ້ອມກັນນັ້ນ ຍູ້ແຮງການຜັນຂະຫຍາຍບັນດາໂຄງການໃຫຍ່ເຊິ່ງສອງຝ່າຍໄດ້ຕົກລົງນຳກັນຢ່າງມີປະສິດທິຜົນຄື; ໂຄງການຂຸດຄົ້ນດິນຫາຍາກ, ເສັ້ນທາງດ່ວນ, ທ່າກໍ່າປັ່ນ.. ທ່ານາຍົກລັດຖະມົນຕີ ໄດ້ຢືນຢັນວ່າ ລັດຖະບານຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ບັນດາວິສາຫະກິດຍີ່ປຸ່ນ ເພີ່ມທະວີການລົງທຶນຢູ່ຫວຽດນາມ ກໍຄືເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນຂົງເຂດຮ່ວມມືລົງທຶນຕາມຮູບແບບຄູ່ຮ່ວມມືຂອງລັດ, ເອກະຊົນ. ທ່ານນາຍົກລັດຖະມົນຕີກໍສະແດງຄວາມຫວັງວ່າສອງຝ່າຍຈະເພີ່ມທະວີການຮ່ວມມືໃນຂົງເຂດການເມືອງ, ການຕ່າງປະເທດ, ປ້ອງກັນຊາດ, ວັດທະນະທຳ ແລະ ທ່ອງທ່ຽວ.