ນາຍົກລັດຖະມົນຕີໄທ: ການເລືອກຕັ້ງທົ່ວປະເທດອາດຈະຖືກຈັດຂຶ້ນໃນທ້າຍປີ 2015
ທ່ານນາຍົກລັດຖະມົນຕີໄທ ປຣະຢຸດ ຈັນໂອຈາ
(ພາບ: Getty Images)
(vovworld) – ວັນທີ 06/02, ທ່ານນາຍົກລັດຖະມົນຕີໄທ ປຣະຢຸດ ຈັນໂອຈາ ຖະແຫຼງວ່າ, ການເລືອກຕັ້ງທົ່ວປະເທດມຸ່ງໄປເຖິງການສ້າງຕັ້ງລັດຖະບານໃໝ່ ອາດຈະຖືກຂຶ້ນໃນທ້າຍປີ 2015, ພ້ອມທັງຢືນຢັນວ່າ, ທັດສະນະຮັກສາກົດໄອຍະການເສິກໃນປະຈຸບັນແມ່ນຈຳເປັນ. ກ່າວຄຳເຫັນກັບວົງການນັກຂ່າວ ກ່ອນທີ່ໄປຢ້ຽມຢາມຍີ່ປຸ່ນ ເລີ່ມແຕ່ວັນທີ 08/02, ທ່ານ ປຣະຢຸດ ຈັນໂອຈາ ໃຫ້ຮູ້ວ່າ, ຮ່າງລັດຖະທຳມະນູນສະບັບໜຶ່ງ ຈະໄດ້ຮັບການຮັບຮອງເອົາໃນເດືອນ 04 ຈະມາເຖິງ ແລະ ຈະໄດ້ຍື່ນສະເໜີຕໍ່ພະບາດສົມເດັດ ໃຫ້ສັດຕະຍາບັນຜ່ານໃນເດືອນ 09. ຕ້ອງໃຊ້ເວລາ 2 ເດືອນອີກເພື່ອກະກຽມການເລືອກຕັ້ງທົ່ວປະເທດ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ແຜນການດັ່ງກ່າວພວມດຳເນີນໄປຢ່າງສະດວກ ແລະ ການເລືອກຕັ້ງທົ່ວປະເທດອາດຈະຖືກຈັດຂຶ້ນໃນທ້າຍປີ 2015 ນີ້.