(vovworld) - ຕອນເຊົ້າວັນທີ 21/10, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຕາມຫົວເລື່ອງສະເພາະຢູ່ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ ເພື່ອຮັບເອົາຄວາມເຫັນ, ຄວາມມຸງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງຂົງເຂດສຶກສາບຳລຸງສ້າງ ແລະ ພັດທະນາເສດຖະກິດສັງຄົມ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ຕີລາຄາສູງບັນດາຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງກ່ຽວກັບການສ້າງກົນໄກເພື່ອໃຫ້ໂຮງຮຽນຜັນຂະຫຍາຍການປະຕິບັດທົດລອງບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ການພັດທະນາການບຳລຸງສ້າງແມ່ນໜຶ່ງໃນ 3 ຂອດບຸກທະລຸ ນຳປະເທດພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ, ມຸ່ງໄປສູ່ຈຸດໝາຍຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ. ທ່ານນາຍົກລັດຖະມົນຕີ ຖືວ່າ ເລື່ອງສ້າງກົນໄກສະເພາະຈະສ້າງເງື່ອນໄຂສະດວກເພື່ອໃຫ້ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ ເສີມຂະຫຍາຍລັກສະນະຂະຫຍັນຂັນເຂື່ອນ, ມີຫົວຄິດປະດິດສ້າງ, ຍົກສູງບົດບາດ ທີ່ຕັ້ງຂອງຮາກຖານບຳລຸງສ້າງມະຫາວິທະຍາໄລອັນດັບໜຶ່ງຂອງປະເທດຊາດ, ປັບປຸງທີ່ຕັ້ງ, ອິດທິພົນຊື່ສຽງໃນພື້ນຖານການສຶກສາຢູ່ພາກພື້ນຢ່າງບໍ່ຢຸດຢັ້ງ. ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ທາງໂຮງຮຽນສ້າງແຜນຮ່າງ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຕົກລົງໂດຍໄວ. ປະກອບຄຳເຫັນທີ່ການພົບປະ, ຜູ້ມີສິດເລືອກຕັ້ງຢູ່ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ ໄດ້ສະແດງຄວາມເຊື່ອໝັ້ນ, ຄວາມພາກພູມໃຈຕໍ່ຄວາມຕັດສິນໃຈສູງຂອງພັກ, ລັດ, ສະພາແຫ່ງຊາດ ແລະ ລັດຖະບານ ໃນຈຸດໝາຍຄວບຄຸມໄພເງິນເຟີ້, ເພື່ອຮັກສາ ແລະ ພັດທະນາເສດຖະກິດ, ຮັບປະກັນຊີວິດສັງຄົມ, ກນປ້ອງກັນຊາດປ້ອງກັນຄວາມສະຫງົບ.