ນາຍົກລັດຖະມົນຕີ ສິງກາໂປ ຫຼີຊຽນຫຼົງ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງຈົບງາມ

ນາຍົກລັດຖະມົນຕີ ສິງກາໂປ ຫຼີຊຽນຫຼົງ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງຈົບງາມ - ảnh 1
ທ່ານນາຍົກລັດຖະມົນ ຫວຽດນາມ ຫງວຽນ​ເຕີນ​ຢູງ ແລະ ທ່ານ​ນາຍົກລັດຖະມົນຕີ ສິງ​ກາ​ໂປ ຫຼີຊຽນຫຼົງ
(ພາບ: VGP/Nhật Bắc)

(vovworld) – ວັນ​ທີ 13/9, ທ່ານ​ນາຍົກລັດຖະມົນຕີ ສິງ​ກາ​ໂປ ຫຼີຊຽນຫຼົງ ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ສິງ​ກາ​​ໂປ ​ໄດ້​ເດີນທາງ​ອອກ​ຈາກ ຮ່າ​ໂນ້ຍ, ສິ້ນສຸດ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຕາມ​ຄຳ​ເຊີນ​ຂອງ​ທ່ານນາຍົກລັດຖະມົນ ຫວຽດນາມ ຫງວຽນ​ເຕີນ​ຢູງ ຢ່າງ​ຈົບງາມ. ​ໃນ​ໄລ​ຍະ​ຢູ່​ຢ້ຽມຢາມ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫຼີຊຽນຫຼົງ ມີ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ, ​ເຂົ້າ​ຢ້ຽມ​ຂຳ່ນັບ​ທ່ານ​ເລຂາທິການ​ໃຫຍ່​ຄະ​ນະ​ບໍລິຫານ​ງານສູນ​ກາ​ງພັກ ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ພົບ​ປະ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ. ທີ່​ການ​ພົບ​ປະເຈລະຈາ​​ຄັ້ງ​ຕ່າງໆ, 2 ຝ່າຍ​ໄດ້​ເຫັນ​ດີ​ຖື​ວ່າ: ຄວນ​ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ເປັນ​ປະຈຳ, ສະໜັບສະໜູນ​ເລື່ອງ​ສົ່ງ​ເສີມ​ການ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ ຢູ່​ແຕ່ລະ​ປະ​ເທດ​ເພື່ອ​ຍູ້​ແຮງ​ການ​ພົວພັນ​ແລກປ່ຽນ ປະຊາຊົນ. ໜຶ່ງ​ໃນ​ບັນດາ​ຂີດ​ໝາຍ​​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ: ນາຍົກລັດຖະມົນຕີ 2 ທ່ານ​ຕັດສິນ​ໃຈ​ຍົກ​ລະດັບ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວ​ມມື​ຮອບດ້ານ ຫວຽດນາມ - ສິງ​ກາ​​ໂປ ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເປັນ​ທາງ​ການ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຍູ້​ແຮງ​ການ​ສົມທົບ​ກັນ ​ແລະ ພ້ອມ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ອື່ນ ມານະ​ພະຍາຍາມ​ຍູ້​ແຮງການ​ສ້າງປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015, ​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ຂອງ ອາ​ຊຽນ ຢູ່ພາກ​ພື້ນ, ​ເພື່ອ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ວັດທະ​ນາ​ຖາວອນ​ໃນ​ພາກ​ພື້ນ, ພ້ອມ​ທັງ​ຍົກ​ສູງ​ບັນດາ​ຫຼັກການ​ລວມຂອງ ອາ​ຊຽນ ​ໃນ​ຖະ​ແຫຼ​ງການ 6 ຂໍ້​ຂອງ​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, ​ໃນ​ນັ້ນ​ເນັ້ນ​ໜັກ​ເລື່ອງ​​ແກ້​ໄຂ​ບັນດາ​ການ​ພິດ​ພາດ​​ໂດຍ​ສັນຕິ​ວິທີ, ປະຕິບັດ​ຕາມ​ກົດໝາຍ​ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ 1982, ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຕໍ່​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ເຂັ້ມ​ງວດ ​ແລະ ​ຄົບ​ຖ້ວນ ​ແລະ ສ້າງ​ປະມວນລະບຽບການ​ກ່ຽວ​ກັບ​ການ​ປະພຶດ​ໃນ​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.

    ທ່ານ​ນາຍົກລັດຖະມົນຕີ ສິງ​ກາ​ໂປ ຫຼີຊຽນຫຼົງ ຕີ​ລາຄາ​ສູງ​ໝາກຜົນ​ຂອງ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ແຕ່​ວັນ​ທີ 11 – 13/9 ​ແລະ ຖື​ນີ້​ແມ່ນ​ເຫດການ​ເພື່ອ​ແນ​ໃສ່ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ມິດຕະພາບ ສິງ​ກາ​ໂປ - ຫວຽດນາມ.

 

ຂ່າວ/ບົດ​ອື່ນ