ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ກູບາ

(VOVWORLD) - ຫວຽດນາມ ພວມສືບຕໍ່ສົມທົບກັບ ກູບາ ໃນການໜູນຊ່ວຍກ່ຽວກັບທັນຍາຫານ, ຊຸກຍູ້ການຮ່ວມມື 2 ຝ່າຍໃນຫຼາຍຂົງເຂດ. ພ້ອມກັບຄວາມປາດຖະໜາ 2 ປະເທດຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດນັບມື້ນັບແທດຈິງ ແລະ ມີປະສິດທິຜົນ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ກູບາ - ảnh 1ທ່ານນາງ Lianys Torres Rivera ແລະ ທ່ານ ຫງວຽນຊວນຟຸກ 

ຕອນບ່າຍວັນທີ 26 ທັນວາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານນາງ Lianys Torres Rivera, ເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ ເນື່ອງໃນໂອກາດຮັບໜ້າທີ່ການທູດຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ: ຫວຽດນາມ ພວມສືບຕໍ່ສົມທົບກັບ ກູບາ ໃນການໜູນຊ່ວຍກ່ຽວກັບທັນຍາຫານ, ຊຸກຍູ້ການຮ່ວມມື 2 ຝ່າຍໃນຫຼາຍຂົງເຂດ. ພ້ອມກັບຄວາມປາດຖະໜາ 2 ປະເທດຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດນັບມື້ນັບແທດຈິງ ແລະ ມີປະສິດທິຜົນ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ຫວຽດນາມ ພວມເພີ່ມທະວີການເຄື່ອນໄຫວລົງທຶນເຂົ້າ ກູບາ.

        ສ່ວນທ່ານນາງ Lianys Torres Rivera, ເອກອັກຄະລັດຖະທູດ ກູບາ ຖືວ່າ: ກູບາ ກໍ່ມີຫຼາຍຄວາມສາມາດບົ່ມຊ້ອນຮ່ວມມືເສດຖະກິດ ແລະ ປາດຖະໜາຢາກຮ່ວມມືກັບ ຫວຽດນາມ ເພື່ອຊຸກຍູ້ການພົວພັນ 2 ຝ່າຍ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕ້ອນຮັບທ່ານນາງ Lianys Torres Rivera, ເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ