( vovworld ) - ຕອນບ່າຍວັນທີ 4/6, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ມີການເຮັດວຽກກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ຢັ້ງຢືນແຜນນະໂຍບາຍເປີດແນວໂຮມການຕ່າງປະເທດປະຊາຊົນແມ່ນແຜນນະໂຍບາຍຖືກຕ້ອງທີ່ສຸດ ແລະ ມີຫົວຄິດປະດິດສ້າງຂອງພັກ. ການຕ່າງປະເທດປະຊາຊົນປະກອບສ່ວນໃຫຍ່ຫຼວງທີ່ສຸດເຂົ້າໃນຜົນງານແຫ່ງການກໍ່ສ້າງ ແລະ ພັດທະນາເສດຖະກິດສັງຄົມຂອງປະເທດຊາດ, ເຮັດໃຫ້ເພື່ອນມິດສາກົນນັບມື້ນັບມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຄວນມີການຕິດພັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ ລະຫວ່າງການເຄື່ອນໄຫວການຕ່າງປະເທດປະຊາຊົນ ກັບການຕ່າງປະເທດແຫ່ງລັດ; ປະກອບສ່ວນສ້າງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບໃຫ້ແກ່ພາລະກິດສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ.