ບຸນກາຣີສ້າງຕັ້ງສານພິເສດພິພາກສາບັນດາເຈົ້າໜ້າທີ່ຂັ້ນສູງທີ່ສໍ້ລາດບັງຫຼວງ

(VOVWORLD) - ວັນທີ 4 ສິງຫາ, ບຸນກາຣີ ໄດ້ສ້າງຕັ້ງສານພິເສດເພື່ອພິພາກສາບັນດາກໍລະນີສໍ້ລາດບັງຫຼວງລະດັບສູງ, ກ່ຽວຂ້ອງເຖິງບັນດາລັດຖະມົນຕີ, ສະມາຊິກສະພາແຫ່ງຊາດ ແລະ ເຈົ້າຄອງນະຄອນ.
ບຸນກາຣີສ້າງຕັ້ງສານພິເສດພິພາກສາບັນດາເຈົ້າໜ້າທີ່ຂັ້ນສູງທີ່ສໍ້ລາດບັງຫຼວງ - ảnh 1 ພາບປະກອບ

ນີ້ແມ່ນພາກສ່ວນໜຶ່ງໃນແຜນການປັບປຸງກົດໝາຍອາຍາ ເພື່ອແນໃສ່ເພີ່ມທະວີບົດບາດຂອງລະບົບຕຸລາການຂອງປະເທດນີ້. ແຕ່ເຖິງຢ່າງໃດກໍ່ຕາມ, ຂໍ້ຕົກລົງດັ່ງກ່າວຕ້ອງປະເຊີນໜ້າກັບການຕຳນິຕິຕຽນຈາກສະຫະພັນຜູ້ພິພາກສາ ບຸນກາຣີ ແລະ ຈາກບັນດາອົງການບໍ່ຂຶ້ນກັບລັດຖະບານ. ບັນດາຜູູ້ຄັດຄ້ານມີຄວາມວິຕົກວັງວົນວ່າກົດລະບຽບພິເສດຂອງສານດັ່ງກ່າວອາດຈະມີຄວາມໝາຍດຽວກັບບັນດາຄຳຕັດສິນມີລັກສະນະການເມືອງ, ຫາກບໍ່ແກ້ໄຂບັນຫາແທ້ຈິງ ຍ້ອນຂາດບັນດາການສືບສວນສໍ້ລາດບັງຫຼວງຢ່າງມີປະສິດທິຜົນ ແລະ ຍົກອອກບັນດາຂໍ້ກ່າວຫາທີ່ເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ