ວັນທີ 26 ທັນວາ, ນະຄອນ ຮ່າໂນ້ຍໄດ້ຈັດກອງປະຊຸມຕີລາຄາໝາກຜົນແຫ່ງບັ້ນຂົນຂວາຍຊາວ ຫວຽດນາມ ໃຫ້ບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ. ທ່ານ ດາວວັນບິ່ງ, ປະທານແນວໂຮມປະເທດຊາດ ຫວຽດນາມ ນະຄອນ ຮ່າໂນ້ຍ, ຫົວນະຄະນະຊີ້ນ້ຳບັ້ນຂົນຂວາຍໃຫ້ຮູ້ວ່າ: ໃນໄລຍະທີ່ຜ່ານມາ, ບັນດາວິສາຫະກິດໄດ້ໂຄສະນາຜະລິດຕະພັນ ຫວຽດນາມ ໂດຍບໍລິສັດຜະລິດອອກເຖິງຜູ້ຊົມໃຊ້. ບັນດາຂໍ້ລິເລີມ, ຫົວຄິດປະດິດສ້າງ, ການປັບປຸງເຕັກໂນໂລຊີ, ຊັບຊ້ອນການຈັດຕັ້ງໄດ້ປະກອບສ່ວນເພີ່ມສະມັດຕະພາບການອອກແຮງງານ, ຫຼຸດຜ່ອນລາຄາສິນຄ້າ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ຜະລິດຕະພັນສາມາດຄອງຕະຫຼາດໄດ້. ໃນປີ 2012, ຮ່າໂນ້ຍ ສືບຕໍ່ຍູ້ແຮງບັ້ນຂົນຂວາຍຊາວ ຫວຽດນາມ ໃຫ້ບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ ຫຼາຍກວ່າອີກ, ໃນນັ້ນ, ເອົາໃຈໃສ່ເຖິງວຽກງານຮັບປະກັນລາຄາສິນຄ້າທີ່ຈຳເປັນໃຫ້ເປັນປົກກະຕິ, ວາງແຜນຂາຍສິນຄ້າ ຫວຽດນາມ ສູ່ຊົນນະບົດ ແລະ ຈັດງານຕະຫຼາດນັດສິນຄ້າ ຫວຽດນາມ ຢູ່ບັນດາເມືອງ, ເຂດອຸດສາຫະກຳ, ເຂດຜະລິດ, ຈັດຕັ້ງໂຄງການດຳເນີນງານຕ່າງໆເພື່ອສິດຜົນປະໂຫຍດຂອງຜູ້ຊົມໃຊ້, ລາຍການໂປຮໂມຊັນ, ສົງເສີມການຄ້າທີ່ເປັນຈຸດສຸມຂອງນະຄອນ.