ບັນຍາກາດອັນຟົດຟື້ນຂອງການຕ້ອນຮັບວັນບຸນຄຼິດສະມາດໃນທົ່ວປະເທດ ຫວຽດນາມ

(VOVWORLD) - ຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ, ໂບດໃຫຍ່, ໝູ່ບ້ານຊາວຄຼິດໄດ້ຮັບການປະດັບປະດາຢ່າງສວຍສົດງົດງາມ; ບັນດາສະຖານທີ່ລະຫຼິ້ນສາທາລະນະ
ບັນຍາກາດອັນຟົດຟື້ນຂອງການຕ້ອນຮັບວັນບຸນຄຼິດສະມາດໃນທົ່ວປະເທດ ຫວຽດນາມ - ảnh 1ພາບປະກອບ

ຕອນຄ່ຳວັນທີ 24 ທັນວາ, ປະຊາຊົນໃນທົ່ວປະເທດ ຫວຽດນາມ ໄດ້ຕ້ອນຮັບວັນບຸນ ຄິຼດສະມາດ ຢ່າງເບີກບານມ່ວນຊື່ນ. ຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ, ໂບດໃຫຍ່, ໝູ່ບ້ານຊາວຄຼິດໄດ້ຮັບການປະດັບປະດາຢ່າງສວຍສົດງົດງາມ; ບັນດາສະຖານທີ່ລະຫຼິ້ນສາທາລະນະ, ໃນຖະໜົນສາຍໃຫຍ່ຢູ່ໃຈກກາງນະຄອນ, ປະຊາຊົນໄດ້ລົງຖະໜົນເພື່ອພ້ອມກັນຕ້ອນຮັບວັນບຸນ ຄຼິດສະມາດ. ເອື້ອຍ ໂຕທິມາຍຈາງ, ປະຊາຊົນເມືອງ ບິ່ນແທັ້ງ, ນະຄອນໂຮ່ຈີມິນ ແບ່ງປັນວ່າ:

        “ຂ້າພະເຈົ້າເຫັນວ່າວັນບຸນປີນີ້ຟົດຟື້ນທີ່ສຸດ, ຕະຫຼາດຂາຍສິນຄ້າມີຫຼາຍຮູບແບບກ່ວາ, ລາຄາກໍ່ເໝາະສົມ.”

        ຢູ່ແຂວງ ກອນຕູມ, ຊາວຄຼິດ ແລະ ໂປແຕັດຕັງ ປະມານ 180.000 ຄົນໄດ້ຕ້ອນຮັບຄ່ຳຄືນຮັບບຸນຄິຼດສະມາດຢ່າງເບີກບານມ່ວນຊື່ນ, ເຕັມໄປດ້ວຍຄວາມຮັກແພງ ແລະ ອົບອຸ່ນ.

        ສ່ວນຢູ່ແຂວງ ນີງບີ່ງ, ບ່ອນທີ່ໄດ້ຮັບຂະໜານນາມວ່າ “ຕົວເມືອງຂອງຊາວຄຼິດ”, ປະຊາຊົນໄດ້ເຕົ້າໂຮມຢູ່ເຂດໃຈກາງກໍ່ຄືຢູ່ໂບດ, ເຂດຊາວຄຼິດ ເພື່ອຕ້ອນຮັບວັນບຸນ ຄຼິດສະມາດ. ໂບດຫີນ ຟາດຢ້ຽມ ແມ່ນສະຖານທີ່ດຶງດູດປະຊາຊົນເຂົ້າຮ່ວມການລະຫຼິ້ນບັນເທິງ ແລະ ສວດມົນ, ເຊິ່ງໄດ້ຮັບການປະດັບປະດາດ້ວຍດອກຫິມະ, ດອກໄຟແສງສີເຫຼື້ອມຍິບຍັບພ້ອມກັບບັນດາບົດເພງກ່ຽວກັບວັນບຸນຄຼິດສະມາດ.

ຕອບກັບ

ຂ່າວ/ບົດ​ອື່ນ