ບັນດາຝ່າຍຄ້ານຢູ່ ຊີຣີ ຮຽກຮ້ອງຢຸດຕິການປະທະກັນ

ບັນດາຝ່າຍຄ້ານຢູ່ ຊີຣີ ຮຽກຮ້ອງຢຸດຕິການປະທະກັນ - ảnh 1
ການປະທະກັນຢູ່ ຊີຣີ ຍັງຄົງສືບຕໍ່ເກີດຂຶ້ນ
ພາບ:AP

(vovworld) - ວັນ​ທີ 23/9, ທີ່​ການ​ປະຊຸມ​ຂອງ “​ກອງ​ປະຊຸມ​ທົ່ວ​ປະ​ເທດ​ເພື່ອ​ກູ້​ເອົາ ຊີຣີ” ​ໂດຍ​ອົງການ​ປະສານ​ງານ​ແຫ່ງ​ຊາດ​ຂອງ​ກຳລັງ​ຝ່າຍ​ຄ້ານ​ຢູ່ ຊີຣີ ຈັດ​ຕັ້ງ​ຂຶ້ນ, ມີ​ຝ່າຍ​ຄ້ານປະມານ 20 ຝ່າຍ​ໄດ​້ຮຽກຮ້ອງ​ບັນດາ​ຝ່າຍ​ຕ້ອງ​ຢຸດຕິ​ການ​ປະ​ທະ​ກັນ ​ເພື່ອ​ເປີດ​ເສັ້ນທາງ​ໃຫ້​​ໄລຍະ​ຫັນປ່ຽນ​ການ​ເມືອງ. ​ແຈ້ງ​ການ​ສຸດ​ທ້າຍ​ຂອງ​ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຮຽກຮ້ອງ​ໃຫ້ການ​ຢຸດຕິ​ບັນດາ​ການ​ກະທຳ​ໃຊ້​ຄວາມ​ຮຸນ​ແຮງ​ຂອງ​ທັງ​ກຳລັງ​ລັດຖະບານ ​ແລະ ຝ່າຍ​ຄ້ານ ພາຍ​ໃຕ້​ການ​ຕິດຕາມ​ກວດກາ​ຈາກ​ສາກົນ ​ແລະ ກຸ່ມ ອາຣັບ. ຄຳ​ຖະ​ແຫລ​ງດັ່ງກ່າວ​ກໍ​ໄດ້​ຮຽກຮ້ອງ​ຈົ່ງ​ປອ່ຍຕົວ​ໃຫ້​ແກ່​ນັກ​ໂທດ​ການ​ເມືອງ​ທັງ​ໝົດ​ຢ່າງ​ທັນ​ທີ່ ພ້ອມ​ທັງ​ເລັ່ງລັດ​ທູດ​ພິ​ເສດ​ລວມຂອງ​ ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ອາຣັບ Lakhdar Brahimi ສົ່ງ​ເສີມ​ຈັດ​ຕັ້ງ​ກອງ​ປະຊຸ​ມສາກົນ​ກ່ຽວ​ກັບ ຊີຣີ ​ເພື່ອ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ສືບ​ຕໍ່​ວິວັດ​ການຫັນປ່ຽນ​ການ​ເມືອງ​ຢູ່​ປ​ະ​ເທດ​ນີ້.

 

 

ຂ່າວ/ບົດ​ອື່ນ