ປຸກລະດົມການເສັງແລະງານວາງສະແດງພາບຖ່າຍ“ຄົ້ນຫາຫວຽດນາມ”

ປຸກລະດົມການເສັງແລະງານວາງສະແດງພາບຖ່າຍ“ຄົ້ນຫາຫວຽດນາມ” - ảnh 1
(ພາບປະກອບ)

​​(vovworld) – ​ການ​ເສັງ​ ແລະ​ ງານວາງສະ​ແດງພາບ​ຖ່າຍດ້ວຍ​ຫົວ​ຂໍ້​ວ່າ “ຄົ້ນ​ຫາ​ຫວຽດນາມ” ​ໂດຍ​ກົມ​ວິຈິດ​ສິນ​ຖ່າຍຮູບ ​ແລະ ວາງສະ​ແດງ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ, ປຸກລະດົມ​​ຢ່າງ​ເປັນ​ທາງ​ການ ​ໃນ​ຕອນ​ເຊົ້າ​ວັນ​ທີ​ 14/08, ຢູ່​ຮ່າ​ໂນ້ຍ. ທ່ານ ​ເວື​ອງຢຸຍບຽນ, ລັດຖະມົນ​ຕີ​ຊ່ວຍວ່າການ​ກະຊວງ​ວັດທະນະ​ທຳ, ກີລາ ​ແລະ ທ່ອງທ່ຽວ ​ໃຫ​້ຮູ້​ວ່າ.

        “ການ​ເສ​ັງ ​ແລະ​ ວາງສະ​ແດງ​ພາບຖ່າຍ​ນີ້ ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວສຳຄັນ ​ແນ​ໃສ່​ສືບ​ຕໍ່​ໂຄສະນາ​ບັນດາ​ຄວາມ​ງ​າມຂອງ​ຫວຽດນາມ ​ເຖິງ​ເພື່ອນ​ມິດສາ​ກົນ​ໃຫ້​ເລິກ​ເຊິ່ງ, ກວ້າງ​ຂວາງ​ກວ່າ​ອີກ. ​ແມ່ນ​ໜຶ່ງ​​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂຶ້ນ​ກັບ​ໂຄ​ງການ​ສົ່ງ​ເສີມ​ການທ່ອງ​ທ່ຽວ​ແຫ່ງ​ຊາດ​ປີ 2015. ກະຊວງ​ວັດທະນະ​ທຳ, ກີລາ ​ແລະ ທ່ອງທ່ຽວ ​ເຊື່ອ​ໝັ້ນວ່າ, ການ​ເສັງ​ຄັ້ງ​ນີ້ ຈະ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຖ່າຍຮູບ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ.”

        ກຳນົດ​ເວລາ​ສົ່ງ​ບົດ​ເສ​ັງ​ແມ່ນ​ແຕ່​ວັນ​ທີ 14/08 – 30/08/2015.

ຂ່າວ/ບົດ​ອື່ນ