ປຸກລະດົມຂະບວນການບຸນເຕັດປູກຕົ້ນໄມ້ຢູ່ບັນດາທ້ອງຖິ່ນ

ປຸກລະດົມຂະບວນການບຸນເຕັດປູກຕົ້ນໄມ້ຢູ່ບັນດາທ້ອງຖິ່ນ - ảnh 1
ການນຳແຂວງ ບັກຢາງ ເຂົ້າຮ່ວມງານບຸນປູກຕົ້ນໄມ້
ພາບ:baobacgiang.com


(vovworld)-  ປີ 2013 ​ແຂວງ ບັກ​ຢາງ ​ໄດ້​ຮັບ​ເລືອກ​ເຟັ້ນ​ແມ່ນ​ທ້ອງ​ຖິ່ນ​ແບບຢ່າງ​ຂອງ​ທົ່ວ​ປະ​ເທດ ຈັດ​ຕັ້ງ​ພິທີ​ປຸກລະດົມ​ຂະ​ບວນການ“ບຸນ​ປີ​ໃຫມ່​ປູກ​ຕົ້ນ​ໄມ້ ປີ 2013”, ​ໃນ​ນັ້ນ ​ເມືອງ ອຽນ​ເທ ​ແມ່ນ​ສະຖານ​ທີ່​ດຳ​ເນີນ​ພິທີ​ປຸກລະດົມ​ດັ່ງກ່າວ. ​ທີ່​ຂະ​ບວນການ​ບຸນປີ​ໃຫມ່​ປູກ​ຕົ້ນ​ໄມ້ 2013 ນີ້, ​ແຂວງ ບັກ​ຢາງ ຈະ​ປູກ​ຕົ້ນ​ໄມ້ຫລາຍ​ຊະນິດ​ລວມມີ 400  ຕົ້ນ. ຂະ​ບວນການ​ປູກ​ຕົ້ນ​ໄມ້​ດັ່ງກ່າວ​ ​ເພື່ອ​ຍູ້​ແຮງການ​ເຄື່ອນ​ໄຫວ​ໂຄສະນາ​ກ່ຽວ​ກັບ​ຄວາມ​ໝາຍ, ບົດບາດ​ຂອງ​ບຸນ​ເຕັດ​ປູກ​ຕົ້ນ​ໄມ້, ຜ່ານ​ນັ້ນ ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ພະນັກງານ, ສະ​ມາ​ຊິກ​ພັກ, ປະຊາຊົນ ​ແລະ ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ທາງ​ສັງຄົມ, ການ​ຕອບ​ສະຫນອງ ​ແລະ ເຂົ້າ​ຮ່ວມຂະ​ບວນການ​ຢ່າງ​ຕັ້ງຫນ້າ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຢູ່​ໃນ​ບໍລິ​ເວນ​ແຂວງ ບັກ​ຢາງ ​ເວົ້າ​ສະ​ເພາະ ​ແລະ ທົ່ວ​ປະ​ເທດ​ເວົ້າ​ລວມສຳລັບ​ ບຸນ​ເຕັດ​ປູກ​ຕົ້ນ​ໄມ້​.

ຂ່າວ/ບົດ​ອື່ນ