ປະທານປະເທດຈີນ ຢ້ຽມຢາມ ສ.ອາຟລິກາໃຕ້

ປະທານປະເທດຈີນ ຢ້ຽມຢາມ ສ.ອາຟລິກາໃຕ້ - ảnh 1
ທ່ານ​ປະທານປະ​ເທດ​ຈີນ ສີຈິ້ນ​ຜິ​ງ ​ໄປຢ້ຽມຢາມ​ ສ.ອາ​ຟລິ​ກາ​ໃຕ້
(ພາບ: Xinhua)


(vovworld) -  ວັນ​ທີ 25/03, ທ່ານ​ປະທານປະ​ເທດ​ຄົນ​ໃໝ່​ຂອງ​ຈີນ ສີຈິ້ນ​ຜິ​ງ ​ໄດ້​ໄປ​ຮອດ​ ສ.ອາ​ຟລິ​ກາ​ໃຕ້ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ປະ​ເທດ​ນີ້ຢ່າງ​ເປັນ​ທາງ​ການ ​ເພື່ອ​ແນ​ໃສ່​ຊຸກຍູ້​ການພົວພັນ​ຮ່ວມ​ມື 2 ຝ່າຍ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ທີ່ຫາ​ກໍ​ພົ້ນ​ເດັ່ນ BRICS. ກ່າວ​ຄຳ​ເຫັນ​​ເມື່ອ​ມາ​ຮອດ​ສະໜາມ​ບິນ​ສາກົນ Tambo ຢູ່ Johannesburg, ທ່ານ ສີ​ຈິ້ງ​ຜິ​ງ ​ໄດ້​ເວົ້າ​ວ່າ ຈີນ ​ແລະ ອາ​ຟລິ​ກາ​ໃຕ້ ລ້ວນ​ແຕ່​ແມ່ນ​ປະ​ເທດ​ພວມ​ພັດທະນາ ​ແລະ​ ມີ​ຜົນ​ສະທ້ອນ​ອັນ​ໃຫຍ່​ຫຼວງ​​ເຖິງ​ໂລກ ​ແລະ ກໍ​ແມ່ນ​ບັນດາ​ພື້ນຖານ​ເສດຖະກິດ​ຫາ​ກໍ​ພົ້ນ​ເດັ່ນ​ທີ່​ຂະຫຍັນ​ຂັນ​ເຄື່ອນ. ຕາມ​ທ່ານ ສີຈິ້ນ​ຜິ​ງ ​ແລ້ວ, ​ເລື່ອງປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ລະຫວ່າງ​ຈີນ - ອາ​ຟລິ​ກາ​ໃຕ້ ບໍ່​ພຽງ​ແຕ່​ນຳ​ມາ​ຊິ່ງຜົນ​ປະ​ໂຫຍ​ດ​ໃຫ​້ປະຊາຊົນ 2 ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ຍົກ​ສູງ​ຄວາມ​ສາມັກຄີ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ພວມ​ພັດທະນາ​ນຳ​ກັນ​ອີກ​ດ້ວຍ, ​ເພື່ອ​ສັນຕິພາບ ​ແລະ ວັດທະນາ​ຖາວອນ​ຂອງ​ພາກ​ພື້ນ ​ແລະ ໂລກ. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ ສີຈິ້ນ​ຜິ​ງ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ​ປະ​ເທດ​ເຈົ້າພາບ Jacob Zuma ຢູ່ Pretoria ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ ​ເຊິ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 2010.

ຂ່າວ/ບົດ​ອື່ນ