ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບປະທານສະພາສູງອິນໂດເນເຊຍ

(VOVWORLD) -ຄວາມສາມາດບົມຊ້ອນຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງຫວຽດນາມ - ອິນໂດເນເຊຍ ຍັງໃຫຍ່ຫຼວງຢູ່. ນັ້ນແມ່ນຄຳຢືນຢັນຂອງທ່ານປະທານປະເທດ ເຈີ່ນດ້າຍວາງ ທີ່ການຕ້ອນຮັບທ່ານ Oesman Sapta Odang, ປະທານສະພາຜູ້ແທນທ້ອງຖິ່ນອິນໂດເນເຊຍ, ໃນຕອນບ່າຍວັນທີ 18 ມັງກອນ, ຢູ່ສຳນັກງານປະທານປະເທດ.
ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບປະທານສະພາສູງອິນໂດເນເຊຍ - ảnh 1 (ທ່ານປະທານປະເທດເຈີ່ນດ້າຍກວາງຕ້ອນຮັບປະທານສະພາສູງອິນໂດເນເຊຍ)

ທ່ານປະທານປະເທດສະເໜີໃຫ້ 2 ຝ່າຍລົງນາມໃນຂໍ້ຕົກລົງຮ່ວມມືດ້ານເສດຖະກິດການຄ້າລະຫວ່າງກະຊວງອຸດສາຫະກຳການຄ້າ 2 ປະເທດ, ຂໍ້ຕົກລົງຮ່ວມມືລະຫວ່າງອົງການຄຸ້ມຄອງໃນຂົງເຂດອາລັກຂາການຄ້າ, ຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານສິນໃນນ້ຳ ແລະ ອາຊີບຫາປາ…

        ແລະກໍ່ໃນຕອນບ່າຍວັນດຽວກັນ, ພາຍຫຼັງການພົບປະກັບທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ Oesman Sapta Odang ຕາມພິທີການທູດ.

ຕອບກັບ

ຂ່າວ/ບົດ​ອື່ນ