ປະທານປະເທດ ເຈືອງເຕີ໋ນຊາງ ພົບປະສັງສັນນັກ
ຮົບເກົ່າກົມກອງວິລະຊົນກຳລັງປະກອບອາວຸດ
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 17/8 ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈືອງເຕີ໋ນຊາງໄດ້ພົບປະສັງສັນກັນບັນດານັກຮົບເກົ່າກອງພົນ 308, ກອງພົນໃຫຍ່ 1 ແລະ ກອງພົນ 3 (ດາວເຫຼືອງ), ເຂດທະຫານ 1. ນີ້ແມ່ນ 2 ກອງພົນເປັນກຽດທີ່ໄດ້ຮັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນຈາກພັກແລະລັດ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ພ້ອມບັນດາຜູ້ແທນທົບຫວນຄືນມູນເຊື້ອອັນສະຫງ່າລາສີຂອງ 2 ກົມກອງຕົ້ນຕໍຂອງກອງທັບປະຊາຊົນ ຫວຽດນາມ ໃນຊຸມປີແຫ່ງການຕໍ່ສູ້ກູ້ຊາດ. ທ່ານປະທານປະເທດ ຢືນຢັນວ່າ: ພັກ, ລັດ ຍາມໃດກໍຈົດຈຳ ແລະ ຕອບບຸນແທນຄຸນອັນໃຫຍ່ຫລວງຂອງພະນັກງານນັກຮົບ ຜ່ານການຕໍ່ສູ້ປົກປັກຮັກສາປະເທດຊາດຄັ້ງຕ່າງໆ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຫວັງວ່າ: ບັນດານັກຮົບເກົ່າຈະສືບຕໍ່ເປັນແບບຢ່າງທີ່ດີເດັ່ນ ເພື່ອສຶກສາມູນເຊື້ອໃຫ້ຄົນລຸ່ນຫລັງ.