(vovworld) – ຕອນເຊົ້າວັນທີ່ 10/7, ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ໄດ້ເຂົ້າຮ່ວມວາລະໄຂກອງປະຊຸມຄັ້ງທີ 5, ສະພາປະຊາຊົນນະຄອນຮ່າໂນ້ຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ໄດ້ຕີລາຄາສູງໝາກຜົນແຫ່ງການປະຕິບັດບັນດາຈຸດໝາຍ, ໜ້າທີ່ພັດທະນາເສດຖະກິດ, ສັງຄົມ, ຮັບປະກັນປ້ອງກັນຊາດປ້ອງກັນຄວາມສະຫງົບຂອງນະຄອນ ແລະ ຖືວ່າ ບັນດາໝາກຜົນດັ່ງກ່າວ ຈະແມ່ນປະຖົມປັດໃຈປະກອບສ່ວນສຳຄັນເຂົ້າໃນການປະຕິບັດບັນດາມະຕິຂອງສູນກາງ ແລະ ຂອງນະຄອນໃນປີ 2012 ສຳລັດຜົນ. ທ່ານປະທານສະພາແຫ່ງຊາດສະເໜີໃຫ້ການນຳນະຄອນ ແລະ ປະຊາຊົນນະຄອນຫຼວງ ສືບຕໍ່ຜັນຂະຫຍາຍມາດຕະການຕ່າງໆຢ່າງທັນການ ແລະ ມີປະສິດທິຜົນເພື່ອຮັກສາເສດຖະກິດມະຫາພາກເປັນປົກກະຕິ, ພ້ອມທັງຮັກສາຄາດໝາຍເຕີບໂຕດ້ານເສດຖະກິດ, ຮັບປະກັນຊີວິດສັງຄົມໃຫ້ໄດ້.