ປະທານາທິບໍດີ ສາທາລະນະລັດ ອັກຊັງຕິນ Mauricio Macri ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ.

(VOVWORLD) -ນີ້ກໍ່ແມ່ນໂອກາດທີ່ມີຄວາມໝາຍສຳຄັນໃນການເພີ່ມທະວີການຮ່ວມມື, ລົງທຶນ ແລະ ການຄ້າລະຫວ່າງສອງປະເທດ, ຫວັງວ່າ ຈະເຮັດໃຫ້ການພົວພັນຄູ່ຮ່ວມມື ທີ່ມີລັກສະນະຍຸດທະສາດລະຫວ່າງສອງປະເທດເລິກເຊິ່ງ ກວ່າເກົ່າ.
ປະທານາທິບໍດີ ສາທາລະນະລັດ ອັກຊັງຕິນ Mauricio Macri ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. - ảnh 1 ທ່ານ Mauricio Macri ປະທານາທິບໍດີ ສາທາລະນະລັດ ອັກຊັງຕິນ (ພາບ: AP)

ໂດຍຮັບຄຳເຊີນຂອງທ່ານ ຫງວຽນຟູ້ຈ່ອງ ເລຂາທິການໃຫຍ່, ປະທານປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທ່ານ Mauricio Macri ປະທານາທິບໍດີ ສາທາລະນະລັດ ອັກຊັງຕິນ ແລະພັນລະຍາໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຢູ່ຫວຽດນາມ ໃນລະຫວ່າງວັນທີ 19 – 21 ກຸມພາ ປີ 2019.

ນີ້ເປັນການ ຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານ Mauricio Macri ໃນຖານະຕຳແໜ່ງເປັນປະທານາທິບໍດີ ອັກຊັງຕິນ ເຊິ່ງເປັນຂິດໝາຍສຳຄັນໃນການພົວພັນລະຫວ່າງສອງປະເທດ, ພິເສດເມື່ອທັງສອງປະເທດຫາກໍສະເຫຼີມສະຫຼອງ45ປີແຫ່ງວັນສ້າງຕັ້ງສາຍພົວພັນດ້ານການທູດລະຫວ່າງສອງປະເທດໃນປີ2018.

        ການເດີນທາງຢ້ຽມຢາມ ຫວຽດນາມ ທາງລັດຖະກິດຂອງທ່ານປະທານາທິບໍດີ ອັກຊັງຕິນ Mauricio Macri ເປັນພະຍານຫຼັກຖານທີ່ມີຊີວິດຊີວາກ່ຽວກັບລະດັບຄວາມສຳຄັນຂອງ ຫວຽດນາມ ໃນນະໂຍບາຍການພົວພັນຂອງ ອັກຊັງຕິນ ສຳລັບອາຊີເວົ້າລວມ ແລະ ອາຊີຕະວັນອອກສຽງໃຕ້ເວົ້າສະເພາະ, ໂດຍສະເພາະພາຍຫຼັງ ອັກຊັງຕິນ ໄດ້ລົງນາມໃນສົນທິສັນຍາທີ່ເປັນເພື່ອນມິດ ແລະ ການຮ່ວມມື (TAC) ກັບ ອາຊຽນໃນຕົ້ນເດືອນສິງຫາປີ2018. ນີ້ກໍ່ແມ່ນໂອກາດທີ່ມີຄວາມໝາຍສຳຄັນໃນການເພີ່ມທະວີການຮ່ວມມື, ລົງທຶນ ແລະ ການຄ້າລະຫວ່າງສອງປະເທດ, ຫວັງວ່າ ຈະເຮັດໃຫ້ການພົວພັນຄູ່ຮ່ວມມື ທີ່ມີລັກສະນະຍຸດທະສາດລະຫວ່າງສອງປະເທດເລິກເຊິ່ງ ກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ