ປາແລັດສຕິນພ້ອມແລ້ວທີ່ຈະແກ່ຍາວການເຈລະຈາກັບອິດສະຣາແອນ
ປະທານາທິບໍດີປາແລັດສຕິນ Mahmoud Abbas
|
(vovworld)- ປະທານາທິບໍດີປາແລັດສຕິນ Mahmoud Abbas ຖະແຫຼງເມື່ອວັນທີ 26/4 ວ່າປາແລັດສຕິນພ້ອມແລ້ວທີ່ຈະແກ່ຍາວການເຈລະຈາສັນຕິພາບກັບອິດສະຣາແອນ ພາຍຫຼັງທີ່ ແທນອາວີບ ຢຸດວິວັດທະນາການນີ້ ເພື່ອຄັດຄ້ານສັນຍາໄກ່ເກ່ຍລະຫວ່າງ 2 ກຸ່ມ ຟາຕາ ແລະ ຮາມາດ ຂອງປາແລັດສຕິນໃນອາທິດທີ່ຜ່ານມາ. ປະທານາທິບໍດີປາແລັດສຕິນ Mahmoud Abbas ຢືນຢັນກ່ຽວກັບຄວາມຫວັງແກ່ຍາວການເຈລະຈາຈົນຮອດເວລາກາຍກຳນົດສຸດທ້າຍຄື 29/4 ດ້ວຍເງື່ອນໄຂຕ່າງໆຄື: ອິດສະຣາແອນຕ້ອງຢຸດຕິການກໍ່ສ້າງເຂັດຕັ້ງຖິ່ນຖານຄົງທີ່ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ ເຢລູຊາແລມຕາເວັນອອກ, ປ່ອຍຕົວນັກໂທດ 26 ຄົນສຸດທ້າຍຂອງປາແລັດສຕິນເປັນອິດສະຫຼະ ຕາມສັນຍາ ແລະ ເລີ່ມປຶກສາກ່ຽວກັບເສັ້ນຊາຍແດນຂອງ ປາແລັດສຕິນໃນອະນາຄົດ. ປະທານາທິບໍດີປາແລັດສຕິນ Mahmoud Abbas ຖືວ່າ ເລື່ອງ ອິດສະຣາແອນ ປະຕິເສດການເຈລະຈາກັບລັດຖະບານ ປາແລັດສຕິນ ທີ່ມີພາກສ່ວນ ຮາມາດ ໄດ້ສະແດງໃຫ້ເຫັນວ່າ ແທນອາວີບ ບໍ່ປະຕິບັດຄຳໝັ້ນສັນຍາກ່ຽວກັບມາດຕະການແກ້ໄຂໂດຍຄົງຕົວ 2 ລັດ.