ພົນໂທ ໂດ໋ບາຕີ້ ແລະ ພົນເອກ ວໍຣະພົງ ສະຫງ່າເນດ
ພາບ:QDND
|
(vovworld)- ໂດຍໄດ້ຮັບຄຳເຊີນຂອງພົນໂທ ໂດ໋ບາຕີ້, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ພົນເອກ ວໍຣະພົງ ສະຫງ່າເນດ, ຜູ້ບັນຊາການທະຫານສູງສຸດກອງທັບໄທ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 19-21/4. ຕອນເຊົ້າວັນທີ 20/4, ຢູ່ ຮ່າໂນ້ຍ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ພົນໂຕ ໂດ໋ບາຕີ້ ໄດ້ເຈລະຈາກັບ ພົນເອກ ວໍຣະພົງ ສະຫງ່າເນດ ກ່ຽວກັບສະພາບການໂລກ, ພາກພື້ນ, ບັນດາບັນຫາກ່ຽວຂ້ອງ, ຜົນສະທ້ອນ ການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງສອງປະເທດ ແລະ ພາກພື້ນ ອາຊຽນ. ສອງຝ່າຍສະເຫນີທິດທາງ ແລະ ມາດຕະການເພື່ອຊຸກຍູ້, ຍົກສູງປະສິດທິຜົນການພົວພັນຮ່ວມມືລະຫວ່າງກອງທັບສອງປະເທດໃນໄລຍະຈະມາເຖິງ.