ຜູ້ມີສິດເລືອກຕັ້ງມາເລເຊຍເລີ່ມປ່ອນບັດເລືອກຕັ້ງສະພາຕ່ຳ

(VOVWORLD) -ຕອນເຊົ້າວັນທີ 09 ພຶດສະພາ, ຜູ້ມີສິດເລືອກຕັ້ງມາເລເຊຍ ເລີ່ມໄປປ່ອນບັດເລືອກຕັ້ງ ເພື່ອເລືອກຕັ້ງສະພາຕ່ຳອາຍຸການໃໝ່ ໃນການເລືອກຕັ້ງເຊິ່ງໄດ້ຮັບການຕີລາຄາວ່າແມ່ນຍາກທີ່ຈະຄາດຄະເນໝາກຜົນລ່ວງໜ້າໄດ້.
ຜູ້ມີສິດເລືອກຕັ້ງມາເລເຊຍເລີ່ມປ່ອນບັດເລືອກຕັ້ງສະພາຕ່ຳ - ảnh 1 (ຜູ້ມີສິດເລືອກຕັ້ງມາເລເຊຍເລີ່ມປ່ອນບັດເລືອກຕັ້ງສະພາຕ່ຳ)

ເຂົ້າຮ່ວມການເລືອກຕັ້ງໃນຄັ້ງນີ້ ມີ 3 ກຳລັງຕົ້ນຕໍລວມມີ: ສຳພັນທະມິດແນວໂຮມແຫ່ງຊາດກຳອຳນາດ (BN), ສຳພັນທະມິດຝ່າຍຄ້ານ (PH) ແລະ ພັກອິດສະລາມລະຫວ່າງມາເລເຊຍ (PAS). ບັນດາພັກຝ່າຍຈະຍາດແຍ່ງ 222 ທີ່ນັ່ງໃນສະພາຕ່່ຳ ເພື່ອຍາດຊີງສິດສ້າງຕັ້ງລັດຖະບານ.

      ຕາມການສຳຫຼວດກ່ອນວັນເລືອກຕັ້ງໄດ້ຊີ້ໃຫ້ເຫັນວ່າ, ອັດຕາຜູ້ມີສິດເລືອກຕັ້ງສ່ວນຫຼາຍຍັງບໍ່ທັນມີການເລືອກເຟັ້ນສຸດທ້າຍເທື່ອ ຍ້ອນບັນຊີລາຍຊື່ຜູ້ອອກສະໝັກຮັບເລືອກຕັ້ງບໍ່ມີຄົນໃໝ່ທີ່ພົ້ນເດັ່ນ ນອກຈາກທ່ານນາຍົກລັດຖະມົນຕີຄົນປະຈຸບັນ Najib Razak ແລະ ອະດີດນາຍົກລັດຖະມົນຕີ Mahathir Mohamad ເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ