ຝ່າຍຄ້ານຢູ່ ຊີຣີ ເລືອກຕັ້ງນາຍົກລັດຖະມົນຕີ

ຝ່າຍຄ້ານຢູ່ ຊີຣີ ເລືອກຕັ້ງນາຍົກລັດຖະມົນຕີ - ảnh 1
ທ່າ​ນ Ahmad Tumeh
(ພາບ: anninhthudo.vn)

(vovworld) - ວັນ​ທີ 14/9, ພັນທະ​ພາບ​ຊົນ​ຊາດ ຊີຣີ (SNC) ຝ່າຍ​ຄ້ານ​ໄດ້​ເລືອກ​ຕັ້ງທ່າ​ນ Ahmad Tumeh, ​ເຊິ່ງ​ແມ່ນ​ຊາວ​ມຸດ​ສະ​ລິ​ມນິຍົມ​ແນວ​ທາງ​ສະຫງົບ, ​ເປັນ​ນາຍົກລັດຖະມົນຕີ ດ້ວຍ​ໜ້າ​ທ່ີ​ຟື້ນ​ຟູ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ບັນດາ​ພາກ​ພື້ນ ປະຈຸ​ບັນ​ບໍ່​ຂຶ້ນ​ກັບ​ສິດຄວບຄຸມຂອງ​ທ່ານ​ປະທານາທິບໍດີ ຊີຣີ Bashar Al – Assad. SNC ຫວັງ​ວ່າ: ທ່ານ Tumeh ອາຍຸ 48 ປີ, ຈະ​ເຮັດ​ໃຫ້​ອິດ​ທິພົນ​ຊື່​ສຽງ​ຂອງ​ຝ່າຍ​ຄ້ານ​ເພີ່ມ​ຂຶ້ນ ​ໃນ​ສະພາບ​ການ ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ວິທີ​ແກ້​ໄຂ​ສາງ​ອາວຸດ​ເຄມີ​ຂອງທ່ານ​ປະທານາທິບໍດີ  Bashar Al – Assad. ຄາດ​ວ່າ, ທ່ານ Tumeh ຈະ​ແນະນຳ​ອັນ​ທີ່​ເອີ້ນ​ວ່າ​ຄະນະ​ລັດຖະບານ​ຂອງ​ທ່ານ, ​ເຊິ່ງລວມມີ​ລັດຖະມົນຕີ 13 ຄົນ​ຕາມ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ພາຍຫຼັງ​ເຈລະຈາ​ມາ​ເປັນ​ເວລາ 2 ວັນ​ລະຫວ່າງ​ບັນດາ​ຝ່າຍ​​ໃນ​ພັນທະ​ພາບ ທີ່​ໄດ້​ຮັບ​ການ​​ໜູນ​ຫຼັງຈາກ​ຝ່າຍ​ຕາ​ເວັນ​ຕົກ​ນີ້.

ຂ່າວ/ບົດ​ອື່ນ