ພັກNLDຂອງມຽນມາອາດຈະລົງປະຊາມະຕິກ່ຽວກັບລັດຖະທຳມະນູນໃຫມ່

ພັກNLDຂອງມຽນມາອາດຈະລົງປະຊາມະຕິກ່ຽວກັບລັດຖະທຳມະນູນໃຫມ່ - ảnh 1
ປະ​ທາ​ນາ​ທິບໍ​ດີ ມຽນ​ມາ Htin Kyaw

(vovworld)-​ ພັກ​ສະ​ຫະ​ພັນ​ແຫ່ງ​ຊາດ​ເພື່ອ​ປະ​ຊາ​ທິ​ປະ​ໄຕ (NLD) ກຳ​ອຳ​ນາດ​ຢູ່ ມຽນ​ມາ ໃຫ້​ຮູ້​ວ່າ: ພັກ​ນີ້ ອາດ​ຈະ​ບໍ່​ຊຸກ​ຍູ້​ການ​ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນ​ປະ​ຈຸ​ບັນ ຫາກ​ຈະ​ຜັນ​ຂະ​ຫຍາຍ​ການ​ຮຽບ​ຮຽງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ໃຫມ່. ຕາມ​ແຫລ່ງ​ຂ່າວ​ຈາກ​ພາກ​ສ່ວນ​ຮັບ​ຜິດ​ຊອບ​ດ້ານ​ກົດ​ໝາຍ​ຂອງ NLD ແລ້ວ, ບັນ​ດາ​ການ​ນຳ​ພັກ​ນີ້​ເຫັນ​ວ່າ ຈະ​ບໍ່​ມີ​ຜົນ​ປະ​ໂຫຍດ​ຖ້າ​ຫາກ​ພະ​ຍາ​ຍາມ​ຊອກ​ຫາ​ວິ​ທີ​ປັບ​ປຸ​ງ​ລັດ​ຖະ​ທຳ​ມະ​ນູນ​ປະ​ຈຸ​ບັນ ເພາະ​ວ່າ ກອງ​ທັບ​ຍັງ​ຄົງ​ຮັກ​ສາ​ສິດ​ຢັບ​ຢັ້ງ​ໃນ​ສະ​ພາ​ແຫ່ງ​ຊາດ. ສະ​ນັ້ນ NLD ອາດ​ຈະ​ຈັດ​ຕັ້ງ​ການ​ລົງ​ປະ​ຊາ​ມະ​ຕິ​ກ່ຽວ​ກັບ​ແຜນ​ການ​ຮຽບ​ຮຽງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ໃຫມ່. ຫວ່າງ​ແລ້ວນີ້, ປະ​ທາ​ນາ​ທິບໍ​ດີ Htin Kyaw ແລະ ຜູ້​ທີ່​ປຶກ​ສາ​ແຫ່ງ​ຊາດ Aung San Suu Kyi ລ້ວນ​ແຕ່​ເນ​ັ້ນ​ຫນັກ​ວ່າ ການ​ປະ​ຕິ​ຮູບ​ລັດ​ຖະ​ທຳ​ມະ​ນູນ​ແມ່ນ​ການ​ບຸ​ລິ​ມະ​ສິດ​ຕົ້ນ​ຕໍ​ຂອງ​ພັກ​ກຳ​ອຳ​ນາດ NLD.

ຕອບກັບ

ຂ່າວ/ບົດ​ອື່ນ