ພິທີຕ້ອນຮັບບຸນປີໃຫມ່ປະຈຳຊາດຢູ່ນະຄອນ Choisy Le Roi ປະເທດຝລັ່ງ
ຊາວຫວຽດນາມຢູ່ຝລັ່ງຕ້ອນຮັບບຸນເຕັດ2016
ພາບ:baomoi.com
|
(vovworld)- ຫວ່າງແລ້ວນີ້, ສະມາຄົມມິດຕະພາບ ຝລັ່ງ - ຫວຽດນາມ ນະຄອນ Choisy Le Roi ໄດ້ຈັດຕັ້ງພິທີຕ້ອນຮັບບຸນປີໃຫມ່ປະຈຳຊາດ ໃນບັນຍາກາດເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມສາມັກຄີ ມິດຕະພາບ ລະຫວ່າງເພື່ອນມິດຝລັ່ງ ແລະ ຫວຽດນາມ ໂດຍມີການເຂົ້າຮ່ວມຂອງເຈົ້າຄອງນະຄອນ Choisy Le Roi, ທ່ານ Didier Guillaume ແລະ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຝລັ່ງ ຫງວຽນງອກເຊີນ. ກ່າວຄຳເຫັນນະທີ່ນີ້, ທ່ານ Didier Guillaume ຖືວ່າ ພິທີຕ້ອນຮັບບຸນປີໃຫມ່ປະຈຳຊາດຫວຽດນາມ ຢູ່ ນະຄອນ ໄດ້ກາຍເປັນຈຸດນັດພົບຂອງບັນດາເພື່ອນມິດຝລັ່ງ ທີ່ມີຄວາມຮັກຕໍ່ຫວຽດນາມ. ທ່ານ ກໍຕີລາຄາສູງບັນດາຜົນງານແຫ່ງການປ່ຽນແປງໃຫມ່ຂອງຫວຽດນາມ ໃນ 3 ທົດສະວັດຜ່ານມາ ຍ້ອນນະໂຍບາຍເປີດປະຕູ ແລະ ເຊື່ອງໂຍງສຳເລັດຜົນ. ສ່ວນທ່ານ ເອກອັກຄະລັດຖະທູດ ຫງວຽນງອກເຊີນ ໄດ້ຂອບອົກຂອບໃຈບັນດາເພື່ອນມິດຝລັ່ງ ທີ່ໄດ້ສະຫງວນໃຫ້ປະຊາຊົນຫວຽດນາມ ບໍ່ພຽງແຕ່ອາລົມຈິດຄວາມຮັກແພງເທົ່ານັ້ນ ຫາກນັບທັງການຊ່ວຍເຫລືອແທດຈິງ ເພື່ອຊ່ວຍຫວຽດນາມ ສ້າງສາ ແລະ ປົກປັກຮັກສາປະເທດຊາດ.